ຈຳນວນຊາວຕ່າງປະເທດເຂົ້າເມືອງຈີນໄດ້ເພີ່ມຂຶ້ນ 129,9%

2024-08-19 14:27:21 cri

ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 19 ສິງຫານີ້, ທ່ານຫຼິວໄຫທາວ ຮອງຫົວໜ້າກົມຄຸ້ມຄອງຄົນເຂົ້າ-ອອກເມືອງແຫ່ງຊາດຈີນກ່າວວ່າ: ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ຊາວຕ່າງປະເທດເຂົ້າເມືອງຈີນໄດ້ບັນລຸເຖິງ 17,254 ລ້ານເທື່ອຄົນ, ເພີ່ມຂຶ້ນ 129,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.


ທ່ານຫຼິວໄຫທາວກ່າວຕື່ມວ່າ: ໃນຊຸມປີຜ່ານມາ, ໃນຂະນະທີ່ກົມຄຸ້ມຄອງຄົນເຂົ້າ-ອອກເມືອງແຫ່ງຊາດຈີນຮ່ວມກັບພາກສ່ວນທີ່ກ່ຽວຂ້ອງເພີ່ມຈຳນວນປະເທດທີ່ຍົກເວັ້ນວີຊາເຂົ້າຈີນໃຫ້ຫຼາຍຂຶ້ນເລື້ອຍໆ, ຍັງໄດ້ວາງນະໂຍບາຍອຳນວຍຄວາມສະດວກຕ່າງໆໃຫ້ແກ່ຄົນຕ່າງປະເທດທີ່ເຂົ້າມາຈີນ ເຊັ່ນ: ນະໂຍບາຍຍົກເວັ້ນວີຊາ 144 ຊົ່ວໂມງສຳລັບຄົນຕ່າງປະເທດທີ່ເດີນທາງຜ່ານຈີນໄປປະເທດທີ 3; ນະໂຍບາຍຍົກເວັ້ນວີຊາສຳລັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວບາງເຂດແຂວງຂອງຈີນ, ນະໂຍບາຍອອກວີຊາໃໝ່ກັບດ່ານ ເພື່ອດຶງດູດນັກທຸລະກິດຕ່າງປະເທດເຂົ້າມາລົງທຶນຢູ່ຈີນ.


ນະໂຍບາຍເຫຼົ່ານີ້ໄດ້ຊຸກຍູ້ໃຫ້ຊາວຕ່າງປະເທດເດີນທາງມາຈີນເປັນຈຳນວນຫຼວງຫຼາຍ. ຕົວເລກຂໍ້ມູນທີ່ອົງການສະຖິຕິແຫ່ງຊາດຈີນເປີດເຜີຍສະແດງໃຫ້ເຫັນວ່າ: ຊາວຕ່າງປະເທດທີ່ມາທ່ຽວຈີນຈະໃຊ້ຈ່າຍເງິນຄົນລະ 3.459 ຢວນຕໍ່ມື້, ຄາດວ່າ ຈະເຮັດໃຫ້ການບໍລິໂພກໄດ້ເພີ່ມຂຶ້ນຫຼາຍກວ່າ 100 ຕື້ຢວນ.