ນາຍົກຈີນພົບປະກັບນາຍົກຟີຈີ

2024-08-19 10:59:06 CRI


ຕອນບ່າຍວັນທີ 18 ສິງຫານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດົ້ພົບປະກັບທ່ານຊິຕິເວນີ ຣາບູກາ ນາຍົກລັດຖະມົນຕີຟີຈີຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການ.

 

ທ່ານຫຼີສຽງກ່າວວ່າ, ຟີຈີເປັນປະເທດເກາະດອນປາຊີຟິກປະເທດທຳອິດທີ່ ສ້າງຕັ້ງສາຍພົວພັນທາງການທູດກັບຈີນ, ຈີນຖືເອົາຟີຈີເປັນໜຶ່ງໃນຄູ່ຮ່ວມມືທີ່ສຳຄັນທີ່ສຸດຢູ່ພາກພື້ນປາຊີຟີກໃຕ້.ຈີນຍິນດີພະຍາຍາມຮ່ວມກັບຟີຈີ, ຊຸກຍູ້ໃຫ້ການຮ່ວມມືຕົວຈິງລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບສູງກວ່າເກົ່າ. ຈີນສະແດງຄວາມຊົມເຊີຍຕໍ່ຟີຈີທີ່ສະເໜີວິໄສທັດ “ທະເລແຫ່ງສັນຕິພາບ”, ສະໜັບສະໜູນປະເທດເກາະດອນປາຊີຟິກຈັດຕັ້ງປະຕິບັດ “ຍຸດທະສາດປາຊີຟິກສີຟ້າ 2050”, ຍິນດີເພີ່ມທະວີການແລກປ່ຽນ ແລະ ປະສານງານກັບປະເທດເກາະດອນຕ່າງໆ ເຊິ່ງລວມທັງຟີຈີ, ຮ່ວມກັນສົ່ງເສີມການຫັນເປັນຫຼາຍຂົ້ວຂອງໂລກຢ່າງສະເໝີພາບ ແລະ ເປັນລະບຽບ, ກໍຄືເສດຖະກິດໂລກາພິວັດທີ່ເປີດກວ້າງ ແລະ ເອື້ອປະໂຫຍດຕໍ່ທຸກຝ່າຍ.

 

ທ່ານຣາບູກາກ່າວວ່າ, ຟີຈີປະຕິບັດຕາມຫຼັກການປະເທດຈີນດຽວ, ສະໜັບສະໜູນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ແລະຂໍ້ລິເລີ່ມສຳຄັນຕ່າງໆ ເຊິ່ງລວມທັງຂໍ້ລິເລີ່ມການພັດທະນາທົ່ວໂລກ, ຍິນດີຮ່ວມກັບຈີນເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ເຊັ່ນ: ເສດຖະກິດການຄ້າ, ການກໍ່ສ້າງພື້ນຖານໂຄງລ່າງ, ກະສິກຳ, ການປະມົງ, ການທ່ອງທ່ຽວ, ການເຊື່ອມໂຍງເຊື່ອມຈອດກັນ ແລະອື່ນໆ, ເປີດອະນາຄົດອັນກວ້າງຂວາງຂອງສາຍພົນພັວຄູ່ຮ່ວມລະຫວ່າງຟີຈີ ແລະ ຈີນ.