ຟີລິບປິນເປັນຜູ້ທຳລາຍສັນຕິພາບຂອງທະເລຈີນໃຕ້ທີ່ແທ້ຈິງ

2024-08-20 16:15:55 cri

ຕອນເຊົ້າມືດຂອງວັນທີ 19 ສິງຫານີ້, ເຮືອຕຳຫຼວດທະເລ 2 ລຳຂອງຟີລິບປິນໄດ້ລ່ວງລ້ຳເຂົ້າໄປເຂດທະເລໃກ້ກັບຫາດຕື້ນຊຽນປິນໝູ່ເກາະໜານຊາຂອງຈີນຢ່າງຜິດກົດໝາຍ ໂດຍບໍ່ໄດ້ຮັບການອະນຸຍາດຈາກລັດຖະບານຈີນ. ວິດີໂອກັບທີ່ສະແດງໃຫ້ເຫັນວ່າ: ເຮືອຟີລິບປິນບໍ່ໄດ້ເອົາຫົວຊາຕໍ່ການບອກກ່າວ ແລະ ບອກເຕືອນຂອງຝ່ານຍຈີນຫຼາຍເທື່ອ, ແຕ່ພັດຕັ້ງໃຈແລ່ນເຮືອຂອງຕົນເຂົ້າມາຕຳໃສ່ເຮືອຕຳຫຼວດທະເລຂອງຈີນ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຕາມກົດໝາຍຢູ່ໃນເຫດການດັ່ງກ່າວ, ເຮັດໃຫ້ເກີດເຫດເຮືອຕຳກັນ. ຕຳຫຼວດທະເລຂອງຈີນໄດ້ປະຕິບັດມາດຕະການທີ່ຈຳເປັນຕໍ່ເຮືອຟີລິບປິນ, ການປະຕິບັດການຢູ່ກັບທີ່ຂອງຝ່າຍຈີນແມ່ນເປັນມືອາຊີບ, ມີຄວາມອົດກັ້ນ ແລະ ເປັນແບບສະບັບ. ຄວາມເປັນຈິງໄດ້ຢືນຢັນໃຫ້ເຫັນວ່າ: ສາເຫດທີ່ເຮັດໃຫ້ເກີດເຫດການເຮືອຈີນ ແລະ ຟີລິບປິນຕຳກັນແມ່ນຍ້ອນຄວາມຕັ້ງໃຈກໍ່ເລື່ອງກໍ່ລາວຂອງຟີລິບປິນທັງນັ້ນ; ຜູ້ທີ່ສ່ຽງໄພທ້າທາຍເກາະຜິດ, ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນເລື້ອຍໆນັ້ນ ກໍແມ່ນຟີລິບປິນເອງ.


ປັດຈຸບັນນີ້, ລັດຖະບານມາຄົສຂອງຟີລິບປິນຂາດຜົນງານດ້ານການປົກຄອງປະເທດ, ໂດຍສະເພາະແມ່ນການພັດທະນາເສດຖະກິດການທ່ອງທ່ຽວທີ່ອ່ອນແອ ເຊິ່ງຖືກປະຊາຊົນພາຍໃນປະເທດຟີລິບປິນໄດ້ສົນທະນາກັນເຖິງຄວາມສາມາດຂອງລັດຖະບານໃນການບໍລິຫານປະເທດ. ໂດຍຜ່ານຈາກການລ່ວງລ້ຳອະທິປະໄຕຂອງຈີນ ແລະ ກໍ່ການທ້າທາຍເກາະຜິດຕໍ່ຈີນຢູ່ເກາະດອນຕ່າງໆໃນທະເລຈີນໃຕ້, ນັກການເມືອງຟີລິບປິນໄດ້ເຈຕະນາຫັນເຫຄວາມຂັດແຍ້ງ ແລະ ຄວາມສົນໃຈພາຍໃນປະເທດໄປທາງອື່ນ ເພື່ອຜ່ອນຄາຍຄວາມກົດດັນດ້ານການປົກຄອງປະເທດ. ເມື່ອສັງເກດຈາກປັດໄຈສາກົນແລ້ວເຫັນວ່າ: ພາຍໃຕ້ການຍຸຍົງສົ່ງເສີມຂອງປະເທດໃຫຍ່ຢູ່ນອກພາກພື້ນ, ຟີລິບປິນຄືຊິພວມຢາກສະແດງຄວາມຈົ່ງຮັກພັກດີຂອງຕົນ ໂດຍຜ່ານການເຄື່ອນໄຫວທາງທະຫານແບບຫົວຮຸນແຮງ ເພື່ອຖ່ວງດຶງໃຫ້ປະເທດເຫຼົ່ານີ້ເພີ່ມການລົງທຶນຕໍ່ຟີລິບປິນ. ຍ້ອນເລື່ອງນີ້, ຟີລິບປິນຍິນດີກາຍເປັນລູກໝາກເສິກຂອງປະເທດໃຫຍ່ຢູ່ນອກພາກພື້ນໃນການກົດໜ່ວງຖ່ວງດຶງຈີນ. ທັງໝົດເຫຼົ່ານີ້ບໍ່ພຽງແຕ່ໄດ້ລະເມີດ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ເທົ່ານັ້ນ, ແຕ່ຍັງໄດ້ທຳລາຍຖານະໃຈກາງຂອງອາຊຽນໃນວຽກງານຄວາມໝັ້ນຄົງພາກພື້ນ ແລະ ທຳລາຍຜົນປະໂຫຍດຂອງປະເທດສະມາຊິກອື່ນໆຂອງອາຊຽນອີກດ້ວຍ, ສ່ວນຟີລິບປິນເອງກໍກາຍເປັນປະເທດທີ່ “ບໍ່ຄືໃຜ” ໃນບັນດາປະເທດອາຊຽນ ແລະ ເປັນຜູ້ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນນີ້.