ທ່ານນາງເຜີງລີ້ຢວນ ແລະ ທ່ານນາງໂງເຟືອງລີເຂົ້າຮ່ວມງານລ້ຽງນ້ຳຊາ

2024-08-20 09:54:01 cri

ຕອນເຊົ້າວັນທີ 19 ສິງຫານີ້, ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ແລະ ທ່ານນາງໂງເຟືອງລີ ພັນລະຍາຂອງທ່ານໂຕ່ເລີ່ມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ປະທານປະເທດຫວຽດນາມທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ ໄດ້ເຂົ້າຮ່ວມງານລ້ຽງນ້ຳຊາ.

ທ່ານນາງເຜີງລີ້ຢວນກ່າວວ່າ: ຈີນ ແລະ ຫວຽດນາມໄດ້ມີວັດທະນະທຳເຊື່ອມຕໍ່ກັນໃນດ້ານວັນນະຄະດີ, ສິລະປະ, ອາຫານການກິນ ແລະ ຂົງເຂດອື່ນໆ, ຫວັງວ່າສອງປະເທດຈະເພີ່ມທະວີການແລກປ່ຽນ ແລະ ການຮ່ວມມື, ລົງເລິກຄວາມເຂົ້າໃຈເຊິ່ງກັນແລະກັນ, ຊຸກຍູ້ການພັດທະນາພາລະກິດມິດຕະພາບຈີນ-ຫວຽດນາມ. ທ່ານນາງເຜີງລີ້ຢວນໄດ້ເຊື້ອເຊີນທ່ານນາງໂງເຟືອງລີຮ່ວມກັນຊົມລະຄອນງິ້ວ, ການຟ້ອນ, ດົນຕີພື້ນເມືອງຈີນ ແລະ ການສະແດງອື່ນໆ.

ທ່ານນາງໂງເຟືອງລີໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ຖີ່ຖ້ວນຂອງທ່ານນາງເຜີງລີ້ຢວນ, ສະແດງຄວາມຊົມເຊີຍຕໍ່ຜົນງານຂອງທ່ານນາງເຜີງລີ້ຢວນໃນຖານະເປັນທູດພິເສດອົງການອຸຍເນສໂກຂອງອົງການສະຫະປະຊາຊາດເພື່ອສົ່ງເສີມການສຶກສາຂອງເດັກຍິງ ແລະ ແມ່ຍິງ ພ້ອມທັງຕີລາຄາສູງຕໍ່ການສະແດງອັນພົ້ນເດັ່ນຂອງສິລະປິນຈີນ. ທ່ານນາງໂງເຟືອງລີກ່າວວ່າ: ສອງປະເທດຄວນຊຸກຍູ້ການແລກປ່ຽນຂອງແມ່ຍິງ ແລະ ຊາວໜຸ່ມລະຫວ່າງສອງປະເທດ, ລົງເລິກຄວາມເຂົ້າໃຈເຊິ່ງກັນແລະກັນ, ເພີ່ມທະວີໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງຊາດ.