ຫວ່າງມໍ່ໆມານີ້, ທ່ານໂຕເລີ່ມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມໄດ້ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ ເຊິ່ງແມ່ນທ່ານໄດ້ເດີນທາງໄປຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດ ພາຍຫຼັງທ່ານຂຶ້ນດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໃນຕົ້ນເດືອນນີ້ ເຊິ່ງສະແດງໃຫ້ເຫັນເຖິງການພົວພັນຈີນ-ຫວຽດນາມມີລະດັບສູງ ແລະ ມີຄວາມໝາຍທາງຍຸດທະສາດ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ພົບປະກັບທ່ານໂຕ່ເລີ່ມ, ສອງຝ່າຍລ້ວນແຕ່ໄດ້ເນັ້ນໜັກເຖິງຄຳວ່າ “ບຸລິມະສິດ” ແລະ “ລົງເລິກ” ເປັນຕົ້ນ. ຝ່າຍຈີນກ່າວວ່າ: ຈະຖືຫວຽດນາມເປັນທິດທາງບຸລິມະສິດໃນການຂະຫຍາຍການພົວພັນທາງການທູດກັບປະເທດໃກ້ຄຽງ, ສອງຝ່າຍຄວນສືບຕໍ່ລົງເລິກການສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມ ທີ່ມີຄວາມໝາຍທາງຍຸດທະສາດຢ່າງຕໍ່ເນື່ອງ, ປັບປຸງບູລະນະສະພາບການພັດທະນາໃນ 6 ດ້ານຄື: ປັບປຸງບູລະນະໃຫ້ມີຄວາມໄວ້ເນື້ອເຊື່ອໃຈທາງການເມືອງໃຫ້ສູງກວ່າເກົ່າ, ປັບປງຸການຮ່ວມມືດ້ານຄວາມໝັ້ນຄົງໃຫ້ໜັກແໜ້ນວ່າເກົ່າ, ປັບປຸງການຮ່ວມມືລົງສູ່ລ່ວງເລິກກວ່າເກົ່າ, ປັບປຸງໃຫ້ພື້ນຖານທາງຈິດໃຈປະຊາຊົນມີຄວາມໜັກແໜ້ນກວ່າເກົ່າ, ປັບປຸງໃຫ້ການປະສານງານຫຼາຍຝ່າຍແໜ້ນແຟ້ນກວ່າເກົ່າ ແລະ ປັບປຸງໃຫ້ການຄຸ້ມຄອງແລະຄວບຄຸມຄວາມຂັດແຂ້ງກັນດີຂຶ້ນກວ່າເກົ່າ; ຝ່າຍຫວຽດນາມກ່າວວ່າ, ຈະຖືຈີນເປັນທາງເລືອກຍຸດທະສາດ ແລະ ທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ຈະອີງຕາມເປົ້າໝາຍລວມກ່ຽວກັບ “ປັບປຸງບູລະນະການພັດທະນາໃນ 6 ດ້ານ”, ລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຫວຽດນາມ-ຈີນ ທີ່ມີຄວາມໝາຍທາງຍຸດທະສາດ.
ການສະແດງຄວາມເຫັນຂອງສອງຝ່າຍໄດ້ສ່ອງແສງໃຫ້ເຫັນເຖິງມິດຕະພາບພິເສດລະຫວ່າງສອງປະເທດ, ກໍໄດ້ສະແດງໃຫ້ເຫັນເຖິງຄວາມປາດຖະໜາ ແລະ ຄວາມຕັດສິນໃຈແຫ່ງການຮ່ວມມືລະຫວ່າງສອງຝ່າຍ ໃນໄລຍະສຳຄັນທີ່ເປັນຂໍກະແຈແຫ່ງການສ້າງຄວາມຈະເລີນຮຸ່ງເຮືອງຂອງປະເທດຕົນ ເຊິ່ງໄດ້ຊີ້ທິດເຍືອງທາງໃຫ້ແກ່ການເສີມຂະຫຍາຍການພົວພັນລະຫວ່າງສອງພັກ ແລະ ສອງປະເທດໃນອະນາຄົດ. ການລົງເລິກການສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມ ບໍ່ພຽງແຕ່ສຸມໃສ່ການພັດທະນາຂອງສອງປະເທດເທົ່ານັ້ນ, ແຕ່ຍັງຈະອວ່າຍໜ້າໄປສູ່ໂລກເຊັ່ນດຽວກັນ. ໃນອະນາຄົດ, ສອງຝ່າຍຍັງຈະສືບຕໍ່ເພີ່ມທະວີການປະສານສົມທົບພາຍໃຕ້ກົນໄກຫຼາຍຝ່າຍຕ່າງໆ ເຊັ່ນ: ອົງການສະຫະປະຊາຊາດ, ອາຊຽນ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຊຸກຍູ້ການຮ່ວມມືກັນພາຍໃຕ້ຂອບ 3 ຂໍ້ລິເລີ່ມທົ່ວໂລກທີ່ຈີນສະເໜີອອກມາ ເພື່ອຊຸກຍູ້ການສ້າງໂລກທີ່ມີຫຼາຍຂົ້ວ ທີ່ສະເໝີພາບ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມທັງຊຸກຍູ້ຂະບວນການເສດຖະກິດໂລກາພິວັດທີ່ເປີດກວ້າງ ແລະ ເອື້ອປະໂຫຍດຕໍ່ທຸກຝ່າຍ.