ທ່ານສີຈິ້ນຜິງພົບປະກັບຜູ້ນຳລັດຖະສະພາຕ່າງປະເທດທີ່ເຂົ້າຮ່ວມກິດຈະກຳລະນຶກສະພາປະຊາຊົນແຫ່ງຊາດຈີນເຂົ້າຮ່ວມສະຫະພັນລັດຖະສະພາສາກົນຄົບຮອບ 40 ປີ ແລະ ງານສຳມະນາສະມາຊິກລັດຖະສະພາປະເທດພວມພັດທະນາ

2024-08-21 10:45:36 CRI


ຕອນບ່າຍວັນທີ 20 ສິງຫານີ້, ຢູ່ຫໍສະພາປະຊາຊົນ ທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບຜູ້ນຳລັດຖະສະພາຕ່າງປະເທດທີ່ເຂົ້າຮ່ວມກິດຈະກຳລະນຶກສະພາປະຊາຊົນແຫ່ງຊາດຈີນເຂົ້າຮ່ວມສະຫະພັນລັດຖະສະພານານາຊາດຄົບຮອບ 40 ປີ ແລະ ກອງປະຊຸມສຳມະນາສະມາຊິກລັດຖະສະພາປະເທດພວມພັດທະນາຄັ້ງທີ 6.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ອົງການນິຕິບັນຍັດເປັນພາກສ່ວນສຳຄັນໃນສາຍພົວພັນລະຫວ່າງຊາດ, ມີຄວາມຮັບຜິດຊອບ ມີຄວາມສາມາດເສີມຂະຫຍາຍບົດບາດທີ່ສ້າງສາຍພົວພັນລະຫວ່າງປະເທດແບບສະເໝີພາບ ແລະ ໄວ້ເນື້ອເຊື່ອໃຈກັນ ເປີດກວ້າງການຮ່ວມມືດ້ານການພັດທະນາແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຊຸກຍູ້ການແລກປ່ຽນແບບເປີດກວ້າງ ແລະ ກວມລວມ ຊຸກຍູ້ການບໍລິຫານໂລກຢ່າງຍຸຕິທຳ ແລະ ສົມເຫດສົມຜົນ, ປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ຈີນເປັນສະມາຊິກຂອງ “ພາກໃຕ້ທົ່ວໂລກ” ຢ່າງສະເໝີຕົ້ນສະເໝີປາຍ, ຄວາມສາມັກຄີ ແລະ ການຮ່ວມມືກັບປະເທດພວມພັດທະນາຈຳນວນຫຼາຍເປັນພື້ນຖານທີ່ບໍ່ຫວັ່ນໄຫວຄອນແຄນໃນສາຍພົວພັນກັບຕ່າງປະເທດຂອງຈີນ. ຈີນບໍ່ສະແຫວງຫາຄວາມທັນສະໄໝທີ່ຢູ່ລອດດ້ວຍຕົນເອງພຽງລຳພັງປະເທດດຽວ, ຍິນດີຮ່ວມກັບບັນດາປະເທດເຊິ່ງລວມທັງປະເທດພວມພັດທະນາຈຳນວນຫຼາຍ, ຊຸກຍູ້ຄວາມທັນສະໄໝຂອງໂລກທີ່ພັດທະນາໂດຍສັນຕິ ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຈະເລີນຮຸ່ງເຮືອງຮ່ວມກັນ.