ໄຂກອງປະຊຸມໃຫຍ່ຫຸ່ນຍົນໂລກ 2024

2024-08-21 15:49:33 cri

ກອງປະຊຸມໃຫຍ່ຫຸ່ນຍົນໂລກ 2024 ທີ່ຈະດຳເນີນໄປເປັນເວລາ 5 ວັນ ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 21 ສິງຫານີ້. ກອງປະຊຸມໃນຄັ້ງນີ້ພາດຫົວຂໍ້ວ່າ “ຮ່ວມກັນບົ່ມເພາະກຳລັງການຜະລິດໃນຄຸນນະພາບໃໝ່ ຮ່ວມກັນຊົມໃຊ້ອະນາຄົດແບບອັດສະລິຍະ”. ໃນໄລຍະຈັດກອງປະຊຸມດັ່ງກ່າວ ຍັງຈະຈັດເວທີເປິກສາຫາລື, ງານວາງສະແດງ, ການແຂ່ງຂັນ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງ, ຜະລິດຕະພັນຫຸ່ນຍົນແບບປະດິດສ້າງໃໝ່ ແລະ ຮູບແບບໃໝ່ໃນການນຳໃຊ້ຫຸ່ນຍົນຈະພາກັນຖືກເປີດໂຕໃນງານເຫຼົ່ານີ້.

ກອງປະຊຸມໃຫຍ່ຫຸ່ນຍົນໂລກ 2024 ປະກອບດ້ວຍ 3 ພາກສ່ວນຄື: ເວທີເປິກສາຫາລື, ງານວາງສະແດງ ແລະ ການແຂ່ງຂັນ. ສ່ວນງານວາງສະແດງແມ່ນເນັ້ນໃສ່ການປະດິດສ້າງໃໝ່ດ້ານເຕັກນິກ ແລະ ປະສິດທິຜົນຂອງການນຳໃຊ້, ວິສາຫະກິດ 169 ແຫ່ງຈະວາງສະແດງຜະລິດຕະພັນປະດິດສ້າງໃໝ່ 600 ກວ່າອັນ. ຫຸ່ນຍົນທີ່ຄືກັບມະນຸດແທ້ຈະເປີດໂຕໃນງານວາງສະແດງໃນຄັ້ງນີ້ ເຊິ່ງເປັນສະຖິຕິສູງສຸດໃນປະຫວັດສາດ.