ທ່ານສີຈິ້ນຜິງພົບປະກັບນາຍົກລັດຖະມົນຕີຟີຈີ

2024-08-21 14:34:59 cri

ຕອນບ່າຍວັນທີ 20 ສິງຫານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຊີຕີເວນີ ຣາບູກາ ນາຍົກລັດຖະມົນຕີຟີຈີທີ່ເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການ.


ທ່ານສີຈິ້ນຜິງກ່າວວ່າ: ຟີຈີແມ່ນປະເທດເກາະດອນໃນມະຫາສະມຸດປາຊີຟິກ ທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນກ່ອນໝູ່, ປີໜ້າຈະແມ່ນຈີນແລະຟີຈີສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ. ຈີນເອົາໃຈໃສ່ຢ່າງສູງຕໍ່ການພົວພັນຈີນ-ຟີຈີ, ຍິນດີສືບຕໍ່ໃຫ້ການຊ່ວຍເຫຼືອແກ່ການພັດທະນາເສດຖະກິດສັງຄົມຂອງຟີຈີຕາມຄວາມສາມາດຂອງຕົນ, ຍິນດີຮ່ວມກັບຟີຈີກຳແໜ້ນທິດທາງໃຫຍ່ແຫ່ງການພົວພັນລະຫວ່າງສອງປະເທດ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ຟີຈີ ເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດໃຫ້ຫຼາຍກວ່າເກົ່າ.

ທ່ານຊີຕີເວນີ ຣາບູກາ ສະແດງຄວາມຊົມເຊີຍຕໍ່ຄະນະນັກກິລາຈີນທີ່ຍາດໄດ້ຜົນງານອັນໂດດເດັ່ນໃນງານກິລາໂອລິມປິກປາຣີ ແລະ ກ່າວວ່າ: ຟີຈີຊົມເຊີຍຕໍ່ຈີນທີ່ຍຶດໝັ້ນຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິ, ສະໜັບສະໜູນບັນດາຂໍ້ລິເລີ່ມທົ່ວໂລກທີ່ສະເໜີໂດຍທ່ານສີຈິ້ນຜິງ, ຍິນດີສືບຕໍ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຈີນ, ຊຸກຍູ້ໃຫ້ປະເທດເກາະດອນມະຫາສະມຸດປາຊີຟິກຂະຫຍາຍການພົວພັນກັບຈີນ ເພື່ອເຮັດໃຫ້ມະຫາສະມຸດປາຊີຟິກກາຍເປັນມະຫາສະມຸດສັນຕິພາບ. ຟີຈີເຂົ້າໃຈຫຼັກໝັ້ນຂອງຈີນໃນບັນຫາໄຕ້ຫວັນ ແລະ ຈະສືບຕໍ່ຍຶດໝັ້ນປະຕິບັດນະໂຍບາຍຈີນດຽວ.