ຄະນະຜູ້ແທນນັກກິລາໂອລິມປິກຄົນພິການຂອງຈີນອອກເດີນທາງໄປນະຄອນຫຼວງປາຣີ

2024-08-21 10:48:12 CRI


    ຕອນເຊົ້າວັນທີ 21 ສິງຫານີ້, ຄະນະຜູ້ແທນນັກກິລາໂອລິມປິກຄົນພິການຂອງຈີນໄດ້ອອກເດີນທາງໄປນະຄອນຫຼວງປາຣີຂອງຝຣັ່ງໂດຍແບ່ງອອກເປັນ 2 ກຸ່ມ. ຄະນະຜູ້ແທນຈີນມີທັງໝົດ 516 ຄົນ, ໃນນັ້ນ ມີນັກກິລາ 284 ຄົນ, ຈະເຂົ້າຮ່ວມການແຂ່ງຂັນ 19 ລາຍການໃຫຍ່ 302 ລາຍການນ້ອຍ ເຊິ່ງລວມທັງການຍິງທະນູ ແລ່ນແລະລານ ດອກປີກໄກ່ ຍົກນ້ຳໜັກ ລອຍນ້ຳ ປິງປອງ ບານບ້ວງແບບນັ່ງລໍ້ ເຕັນນິດແບບນັ່ງລໍ້ ແລະອື່ນໆໃນງານກິລາໂອລິມປິກຄົນພິການປາຣີ.