ກອງປະຊຸມເວທີເປິກສາຫາລືການຮ່ວມມືດ້ານສື່ມວນຊົນຈີນ-ອາຟຣິກາຄັ້ງທີ 6 ແລະ ງານສົນທະນາລະດັບສູງລະຫວ່າງຄັງປັນຍາຈີນ-ອາຟຣິກາຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2024-08-22 13:04:31 CRI


ວັນທີ 21 ສິງຫານີ້, ເວທີເປິກສາຫາລືການຮ່ວມມືດ້ານສື່ມວນຊົນຈີນ-ອາຟຣິກາຄັ້ງທີ 6 ແລະ ການສົນທະນາລະດັບສູງລະຫວ່າງຄັງປັນຍາຈີນ-ອາຟຣິກາໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານຫຼີຊູ່ເລີຍ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມພິທີເປີດ ແລະ ກ່າວຄຳປາໄສ.


ຜູ້ເຂົ້າຮ່ວມກອງປະຊຸມເຫັນວ່າ, ຜົນສຳເລັດດ້ານການຫັນເປັນທັນສະໄໝຂອງຈີນ ແລະ ອາຟຣິກາສະແດງໃຫ້ເຫັນວ່າ, ປະເທດພວມພັດທະນາມີສິດທິ ທັງມີຄວາມສາມາດທີ່ຊອກຫາເສັ້ນທາງຫັນເປັນທັນສະໄໝທີ່ມີເອກະລັກພິເສດຂອງຕົນເອງຢ່າງເປັນເຈົ້າການບົນພື້ນຖານສະພາບຂອງປະເທດຕົນ. ຕ້ອງຈັດເອົາການຫັນເປັນທັນສະໄໝເຂົ້າໃນວາລະບຸລິມະສິດສຳລັບການລາຍງານຂ່າວເພື່ອນຳພາຫາງສຽງ ແລະ ການຄົ້ນຄວ້າຄັງປັນຍາຂອງຈີນ ແລະ ອາຟຣິກາ, ລົງເລິກຄົ້ນຄວ້າ ແລະ ເຜີຍແຜ່ທັດສະນະ ແລະ ພຶດຕິກຳການຫັນເປັນທັນສະໄໝຂອງປະເທດພວມພັດທະນາ, ສະໜອງການສະໜັບສະໜູນດ້ານສະຕິປັນຍາ ແລະ ຫາງສຽງໃຫ້ແກ່ປະເທດສະມາຊິກ “ພາກໃຕ້ຂອງໂລກ” ເພື່ອແກ້ໄຂຂໍ້ຫຍຸ້ງຍາກໃນດ້ານການພັດທະນາທີ່ຫັນເປັນທັນສະໄໝ.

 

ກອງປະຊຸມເວທີເປິກສາຫາລືຄັ້ງນີ້ມີຫົວຂໍ້ວ່າ “ຮ່ວມກັນເດີນຕາມເສັ້ນທາງທີ່ຫັນເປັນທັນສະໄໝ”. ຜູ້ແທນ 500 ກວ່າຄົນທີ່ມາຈາກພາກສ່ວນລັດຖະບານ ສື່ມວນຊົນ ຄັງປັນຍາຂອງຈີນ ແລະ 40 ກວ່າປະເທດອາຟຣິກາ ພ້ອມດ້ວຍອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.