ການບໍລິໂພກວັດຖຸດິບປຸງແຕ່ງອາຫານຂອງຈີນໃນ 6 ເດືອນຕົ້ນປີນີ້ເພີ່ມຂຶ້ນ 7.86% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023

2024-08-22 11:03:34 CRI


ວັນທີ 22 ສິງຫານີ້, ສະຫະພັນຈໍລະຈອນ ແລະ ຈັດຊື້ສິນຄ້າຈີນແຈ້ງໃຫ້ຮູ້ວ່າ, ໃນ 6 ເດືອນຕົ້ນປີນີ້,  ການບໍລິໂພກວັດຖຸດິບປຸງແຕ່ງອາຫານຂອງຈີນໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ, ອັດຕາການຈັດຊື້ຈາກແຫຼ່ງຜະລິດໂດຍກົງໃນຕ່ອງໂສ້ການສະໜອງວັດຖຸດິບປຸງແຕ່ງອາຫານນັ້ນໄດ້ເພີ່ມຂຶ້ນ, ຕະຫຼາດຢູ່ຂັ້ນຕາແສງປາກົດມີພະລັງຊີວິດຊີວາຢ່າງພົ້ນເດັ່ນ, ກາຍເປັນຈຸດເຕີບໂຕອັນໃໝ່ໃນການບໍລິໂພກວັດຖຸດິບປຸງແຕ່ງອາຫານ.


ສະຫະພັນຈໍລະຈອນ ແລະ ຈັດຊື້ສິນຄ້າຈີນສາຂາຕ່ອງໂສ້ການສະໜອງວັດຖຸດິບປຸງແຕ່ງອາຫານຄາດຄະເນວ່າ, ໃນ 6 ຕົ້ນປີນີ້ ມູນຄ່າບໍລິໂພກວັດຖຸດິບປຸງແຕ່ງອາຫານຂອງຈີນບັນລຸ 4,880 ຕື້ຢວນ, ເພີ່ມຂຶ້ນ 7.86% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນມູນຄ່າບໍລິໂພກວັດຖຸດິບປຸງແຕ່ງອາຫານແບບຂາຍຍ່ອຍບັນລຸ 3,830 ຕື້ຢວນ, ມູນຄ່າການບໍລິໂພກວັດຖຸດິບປຸງແຕ່ງອາຫານຂອງຮ້ານອາຫານບັນລຸ 1,050 ຕື້ຢວນ.

 

ນອກນີ້, ການບໍລິໂພກວັດຖຸດິບປຸງແຕ່ງອາຫານໄດ້ກວມອັດຕາສ່ວນສູງຂຶ້ນໃນຍອດມູນຄ່າຂາຍຍ່ອຍເຄື່ອງອຸປະໂພກ-ບໍລິໂພກຢູ່ໃນສັງຄົມ. ໃນ 6 ເດືອນຕົ້ນປີນີ້, ມູນຄ່າບໍລິໂພກວັດຖຸດິບປຸງແຕ່ງອາຫານແມ່ນກວມເຖິງ 20.7% ຂອງຍອດມູນຄ່າຂາຍຍ່ອຍເຄື່ອງບໍລິໂພກໃນສັງຄົມທົ່ວປະເທດ, ເຊິ່ງໄດ້ເພີ່ມຂຶ້ນ 0.8%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.