ເກມເລື່ອງໄຊອິວຂອງຈີນກຳລັງໄດ້ຮັບຄວາມນິຍົມຊົມຊອບໃນທົ່ວໂລກ

2024-08-22 15:00:15 cri

ວັນທີ 20 ສິງຫານີ້, ເກມທີ່ຜະລິດໂດຍຈີນທີ່ຊື່ວ່າ Black Myth: Wukong ໄດ້ອັບໂຫຼດໄວ້ຢູ່ໃນອິນເຕີເນັດຢ່າງເປັນທາງການ ແລະ ໄດ້ກາຍເປັນເລື່ອງທີ່ໄດ້ຮັບຄວາມສົນໃຈຈາກສື່ສັງຄົມອອນລາຍທັງພາຍໃນ ແລະ ຕ່າງປະເທດຢ່າງວ່ອງໄວ. ໃນລະບົບເກມ Steam, Black Myth: Wukong ໄດ້ກາຍເປັນເກມທີ່ໄດ້ຮັບຄວາມນິຍົມຊົມຊອບອັນດັບໜຶ່ງຢ່າງຕໍ່ເນື່ອງ.

ຕໍ່ກັບເລື່ອງນີ້, ໂຄສົກກະຊວງການຕ່າງປະເທດຈີນກ່າວໃນວັນທີ 21 ສິງຫານີ້ວ່າ: ເກມ Black Myth: Wukong ແມ່ນມີເນື້ອໃນມາຈາກເລື່ອງໄຊອິວຂອງຈີນ ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມມີສະເໜ່ຂອງວັດທະນະທຳຈີນ.