ງານມະຫະກຳການຄ້າການບໍລິການສາກົນຈີນປີ 2024 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2024-08-22 10:50:16 cri

ງານມະຫະກຳການຄ້າການບໍລິການສາກົນຈີນປີ 2024 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນກາງເດືອນກັນຍາໜ້ານີ້. ອີງຕາມການຈັດວາງດ້ານວຽກງານ, ລະບົບລົງທະບຽນຂອງສື່ມວນຊົນໄດ້ເປີດໃຫ້ສື່ມວນຊົນທັງພາຍໃນແລະຕ່າງປະເທດລົງທະບຽນລະຫວ່າງວັນທີ 21 ຫາ 29 ສິງຫານີ້.


ນັກຂ່າວສາມາດກົດເຂົ້າເບິ່ງເວັບໄຊທາງການຂອງງານຕະຫຼາດນັດ ຄື www.ciftis.org ແລ້ວກົດລິ້ງ “ເຂົ້າຮ່ວມງານ-ການລົງທະບຽນຂອງສື່ມວນຊົນ” ກໍສາມາດລົງທະບຽນໄດ້.


ສ່ວນເວລາ ແລະ ວິທີການຮັບບັດເອົາຂ່າວຈະເປີດເຜີຍຢູ່ສູນຂ່າວຜ່ານທາງເວັບໄຊທາງການຂອງງານມະຫະກຳການຄ້າການບໍລິການສາກົນປີ 2024 ໃນເວລາທີ່ເໝາະສົມ.