ຈີນອອກເອກະສານສະເພາະເປັນຄັ້ງທຳອິດເພື່ອປັບປຸງລະບຽບການອະນຸຍາດເຂົ້າເຖິງຕະຫຼາດໃຫ້ສົມບູນຂຶ້ນ

2024-08-22 13:15:05 CRI


ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ສະເໜີຄຳຮຽກຮ້ອງຢ່າງຈະແຈ້ງວ່າ, ປັບປຸງລະບຽບການອະນຸຍາດເຂົ້າເຖິງຕະຫຼາດໃຫ້ສົມບູນຂຶ້ນ, ປັບປຸງສະພາບແວດລ້ອມການອະນຸຍາດເຂົ້າເຖິງຕະຫຼາດສຳລັບຮູບແບບທຸລະກິດໃໝ່ ແລະ ຂົງເຂດໃໝ່ ໃຫ້ດີຂຶ້ນ. ວັນທີ 21 ສິງຫານີ້, ຈີນໄດ້ເຜີຍແຜ່ “ຄວາມເຫັນຂອງຫ້ອງວ່າການສູນກາງພັກຄອມມູນິດຈີນ ແລະ ຫ້ອງວ່າການລັດຖະບານຈີນກ່ຽວກັບການປັບປຸງລະບຽບການອະນຸຍາດເຂົ້າເຖິງຕະຫຼາດໃຫ້ສົມບູນຂຶ້ນ” ຢ່າງເປັນທາງການ. “ຄວາມເຫັນ” ສະບັບນີ້ແມ່ນຂັ້ນສູນກາງຈີນອອກນະໂຍບາຍສະເພາະກ່ຽວກັບການສ້າງລະບຽບການອະນຸຍາດເຂົ້າເຖິງຕະຫຼາດເປັນຄັ້ງທຳອິດ.

 

ເນື້ອໃນຂອງ “ຄວາມເຫັນ” ສະບັບດັ່ງກ່າວໄດ້ວາງມາດຕະການສະເພາະກ່ຽວກັບສະພາບແວດລ້ອມການອະນຸຍາດເຂົ້າເຖິງຕະຫຼາດສຳລັບຮູບແບບທຸລະກິດໃໝ່ ແລະ ຂົງເຂດໃໝ່, ໂດຍກ່າວເຖິງວ່າ, ສຸມໃສ່ຮູບການຂະແໜງການໃໝ່ ແລະ ຂົງເຂດໃໝ່ ເຊິ່ງລວມທັງຂົງເຂດທະເລເລິກ ການບິນ ການບິນອະວະກາດ ສຸຂະພາບ ພະລັງງານໃໝ່ ປັນຍາປະດິດ ຄວາມເປັນເຈົ້າການ ແລະ ເຊື່ອຖືໄດ້ດ້ານການປະມວນຜົນ ຄວາມປອດໄພດ້ານຂໍ້ມູນຂ່າວສານ, ຄົມມະນາຄົມທາງລາງລົດໄຟແບບອັດສະລິຍະ ຂະແໜງການແນວພັນແບບທັນສະໄໝ ແລະອື່ນໆ, ກຳນົດແຜນການປັບປຸງສະພາບແວດລ້ອມຂອງຕະຫຼາດຕາມທຸກຂົງເຂດ, ຊຸກຍູ້ການຈັດສັນປັດໄຈການຜະລິດແບບມີການປະດິດສ້າງໃໝ່, ຍົກສູງປະສິດທິພາບຂອງການອະນຸຍາດເຂົ້າເຖິງຕະຫຼາດ. ນຳໃຊ້ເວທີປະດິດສ້າງໃໝ່ຕ່າງໆ ເຊິ່ງລວມທັງ ສູນຊຸກຍູ້ນຳໃຊ້ເຕັກໂນໂລຊີທັນສະໄໝ ແລະ ການປະຍຸກໃຊ້ຜົນງານດ້ານວິທະຍາສາດເຕັກໂນໂລຊີປະເພດຕ່າງໆໃຫ້ເປັນປະໂຫຍດຕົວຈິງ, ເລັ່ງລັດພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມເງື່ອນໄຂຕົວຈິງຂອງທ້ອງຖິ່ນຕ່າງໆ.