ຈີນສົ່ງດາວທຽມໄຊນາແຊັດ 4Aຢ່າງສຳເລັດຜົນ

2024-08-23 14:30:27 CRI


ເວລາ 20 ໂມງ 25 ນາທີຂອງວັນທີ 22 ສິງຫານີ້, ຈີນໄດ້ສົ່ງດາວທຽມໄຊນາແຊັດ 4A ດ້ວຍຈະຫຼວດສົ່ງຍານ “ຊາງເຈີ່ງ 7” ຂຶ້ນສູ່ອະວະກາດຢ່າງສຳເລັດຜົນຢູ່ຖານສົ່ງຍານອະວະກາດເວີນຊ່າງ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ພາລະກິດການສົ່ງດາວທຽມໃນຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

 

ດາວທຽມໄຊນາແຊັດ 4A ສາມາດໃຫ້ບໍລິການດ້ານການສົ່ງສຽງ ຂໍ້ມູນຂ່າວສານ ແລະ ວິທະຍຸໂທລະພາບແກ່ລູກຄ້າ.

 

ຄັ້ງນີ້ເປັນຈະຫຼວດສົ່ງຍານ ຊາງເຈີ່ງປະຕິບັດໜ້າທີ່ຄັ້ງທີ 532.