ທ່ານສີຈິ້ນຜິງຈະເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ 2024

2024-08-23 11:36:39 CRI

ທ່ານນາງຮວ້າຊຸນຢິງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ວັນທີ 5 ກັນຍາປີນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ 2024 ທັງຈະກ່າວຄຳປາໄສພິເສດພາຍໃຕ້ຫົວຂໍ້ຂອງກອງປະຊຸມ. ໃນໄລຍະຈັດກອງປະຊຸມດັ່ງກ່າວ: ທ່ານສີຈິ້ນຜິງຈະເຂົ້າຮ່ວມງານລ້ຽງເພື່ອຕ້ອນຮັບຜູ້ນຳປະເທດອາຟຣິກາ ທີ່ເປັນສະມາຊິກເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ, ຜູ້ແທນຂອງອົງການຈັດຕັ້ງພາກພື້ນອາຟຣິກາ ແລະ ອົງການຈັດຕັ້ງສາກົນ ທີ່ເຂົ້າຮ່ວມກອງປະຊຸມຕາມຄຳເຊີນ ແລະ ຍັງຈະເຂົ້າຮ່ວມກິດຈະກຳສອງຝ່າຍທີ່ກ່ຽວຂ້ອງອີກດ້ວຍ.