7 ເດືອນປີນີ້ ການຂາຍຍ່ອຍທາງອິນເຕີເນັດຂອງຈີນໄດ້ຊຸກຍູ້ໃຫ້ການບໍລິໂພກເຕີບໂຕຢ່າງໝັ້ນທ່ຽງ

2024-08-23 14:36:39 CRI


ວັນທີ 22 ສິງຫານີ້, ກະຊວງການຄ້າຈີນໃຫ້ຮູ້ວ່າ, ແຕ່ເດືອນມັງກອນ ຫາ ເດືອນກໍລະກົດປີນີ້, ການຂາຍຍ່ອຍທາງອິນເຕີເນັດໄດ້ຊຸກຍູ້ໃຫ້ການບໍລິໂພກຂອງຈີນເຕີບໂຕຢ່າງໝັ້ນທ່ຽງ, ການຄ້າເອເລັກໂຕຣນິກຍັງໄດ້ຊຸກຍູ້ໃຫ້ການຍົກລະດັບການຫັນເປັນແບບດີຈີຕອນຂອງອຸດສາຫະກຳຕື່ມອີກ.

 

ນະໂຍບາຍ ແລະ ມາດຕະການໃໝ່ແຫ່ງການບໍລິໂພກດ້ານຂໍ້ມູນ ການບໍລິໂພກດ້ານການບໍລິການ ແລະການເອົາເຄື່ອງເກົ່າໄປປ່ຽນເຄື່ອງໃໝ່ໄດ້ສ້າງພະລັງຂັບເຄື່ອນໃຫ້ແກ່ການບໍລິໂພກຜ່ານທາງອິນເຕີເນັດ. ອີງຕາມການຕິດຕາມວັດແທກດ້ວຍຖານຂໍ້ມູນມະຫາສານ, ກ້ອງຖ່າຍຮູບມີນີSLR ລະບົບເຄື່ອງໃຊ້ໃນເຮືອນແບບອັດສະລິຍະ, ແລະ ໂທລະສັບມືຖືຕ່າງໄດ້ເພີ່ມຂຶ້ນ22.5%, 20.9% ແລະ 15.5% ຕາມລຳດັບ, ການບໍລິໂພກດ້ານການບໍລິການທາງອິນເຕີເນັດຕາມເວທີສຳຄັນໄດ້ເພີ່ມຂຶ້ນ 20.2%, ໃນນັ້ນ ການບໍລິການທ່ອງທ່ຽວຜ່ານທາງອິນເຕີເນັດ ແລະ ການບໍລິການກິນດື່ມຜ່ານທາງອິນເຕີເນັດຕ່າງໄດ້ເພີ່ມຂຶ້ນ 51.1% ແລະ 20.8%ຕາມລຳດັບ. ໃນເດືອນກໍລະກົດຜ່ານມາ, ຍອດມູນຄ່າຈຳນໜ່າຍໂທລະພາບ ຈັກຊັກເຄື່ອງ ແລະ ຕູ້ເຢັນແບບເອົາອັນເກົ່າໄປປ່ຽນອັນໃໝ່ຕາມເວທີການຄ້າເອເລັກໂຕຣນິກທີ່ສຳຄັນໄດ້ເພີ່ມຂຶ້ນ 92.9%, 82.8% ແລະ 65.9%ຕາມລຳດັບ.