ການສຳຫຼວດປະຊາມະຕິຂອງ CGTN ສະແດງໃຫ້ເຫັນວ່າ: ເກມເລື່ອງໄຊອິວຂອງຈີນກຳລັງໄດ້ຮັບຄວາມນິຍົມຊົມຊອບໃນທົ່ວໂລກ

2024-08-23 15:45:48 cri

ເມື່ອບໍ່ດົນມານີ້, ເກມທີ່ຜະລິດໂດຍຈີນທີ່ຊື່ວ່າ Black Myth: Wukong ກຳລັງໄດ້ຮັບຄວາມນິຍົມຊົມຊອບໃນທົ່ວໂລກ. ຫຼັງຈາກໄດ້ ອັບໂຫຼດໄວ້ຢູ່ໃນລະບົບເກມ Steam ເປັນເວລາພຽງໜຶ່ງຊົ່ວໂມງ, Black Myth: Wukong ກໍໄດ້ກ້າວກະໂດດຂຶ້ນເປັນເກມທີ່ໄດ້ຮັບຄວາມນິຍົມຊົມຊອບອັນດັບໜຶ່ງ. ຕໍ່ກັບເລື່ອງນີ້,  ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດການສຳຫຼວດປະຊາມະຕິຕໍ່ຜູ້ໃຊ້ອິນເຕີເນັດທົ່ວໂລກ ເຊິ່ງຜົນການສຳຫຼວດໄດ້ສະແດງອອກມາຄື: ຜູ້ຕອບແບບສອບຖາມທົ່ວໂລກເຫັນວ່າ ເກມດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມາດອັນເຂັ້ມແຂງຂອງຈີນໃນຂະແໜງການຫຼິ້ນເກມອິນເຕີເນັດ ແລະໄດ້ພາໃຫ້ຊາວໂລກມີຄວາມສົນໃຈຕໍ່ວັດທະນະທຳອັນເປັນມູນເຊື້ອຂອງຈີນ.

ອີງຕາມຜົນການສຳຫຼວດດັ່ງກ່າວ, ຜູ້ຕອບແບບສອບຖາມ 88,2% ເຫັນວ່າ ເກມດັ່ງກ່າວເປັນຕົວແທນຂອງລະດັບການຜະລິດເກມອັນດີເດັ່ນຂອງຈີນ ແລະ ສະແດງໃຫ້ເຫັນເຖິງກຳລັງບົ່ມຊ້ອນອັນໃຫຍ່ຫຼວງຂອງຂະແໜງການປະດິດສ້າງເກມຂອງຈີນ. ຜູ້ຕອບແບບສອບຖາມ 92,1% ເຫັນວ່າ ເກມດັ່ງກ່າວໄດ້ສະໜອງຊ່ອງທາງໃໝ່ໃຫ້ແກ່ຜູ້ຫຼິ້ນເກມທົ່ວໂລກໃນການຮັບຮູ້ວັດທະນະທຳດັ້ງເດີມອັນຍອດຍິ່ງຂອງຈີນ; ຜູ້ຕອບແບບສອບຖາມ 89,6% ກ່າວວ່າ ຍິນດີຊອກຮູ້ກ່ຽວກັບເລື່ອງໄຊອິວຂອງຈີນ ພ້ອມທັງໄດ້ສະແດງຄວາມສົນໃຈຢ່າງເລິກເຊິ່ງຕໍ່ວັດທະນະທຳດັ້ງເດີມອັນຍອດຍິ່ງຂອງຈີນ.