ຍອດຜົນຜະລິດເຂົ້ານາປີຂອງຈີນປີນີ້ບັນລຸເຖິງ 28.174.000 ໂຕນ

2024-08-24 11:51:07 cri



ວັນທີ 23 ສິງຫານີ້, ອົງການສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍຂໍ້ມູນໃຫ້ຮູ້ວ່າ: ປີ2024, ຍອດຜົນຜະລິດເຂົ້ານາປີໃນທົ່ວປະເທດຈີນໄດ້ບັນລຸເຖິງ 28.174.000  ໂຕນ, ເມື່ອທຽບໃສ່ປີ 2023 ໄດ້ຫຼຸດລົງ 0,6% ຫຼືເທົ່າກັບ 163.000 ໂຕນ.



    ທ່ານຫວາງກຸ້ຍຢົງ ຫົວໜ້າກົມຊົນນະບົດອົງການສະຖິຕິແຫ່ງຊາດຈີນເປີດເຜີຍອີກວ່າ: “ຜົນຜະລິດເຂົ້ານາປີຂອງປີນີ້ໄດ້ຫຼຸດລົງໜ້ອຍໜຶ່ງ ຍ້ອນໄດ້ຮັບຜົນກະທົບຈາກສະພາບອາກາດທີ່ມີຝົນຕົກໜັກ, ແຕ່ວ່າ ຜົນຜະລິດຍັງຄົງຮັກສາຢູ່ໃນລະດັບ 28.000.000 ໂຕນຂຶ້ນໄປເປັນ 4 ປີຕິດຕໍ່ກັນ ຖືວ່າມີຄວາມໝັ້ນທ່ຽງໂດຍລວມ.”