ຜູ້ຊ່ວຍວຽກງານດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາຈະຢ້ຽມຢາມຈີນໃນໄວໆນີ້

2024-08-24 15:13:08 cri

ວັນທີ24ສິງຫານີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ປະກາດວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ປະທານຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນ, ທ່ານ ເຈັກ ຊາລີວັນ ຜູ້ຊ່ວຍວຽກງານດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາຈະຢ້ຽມຢາມຈີນລະຫວ່າງວັນທີ27-29ສິງຫານີ້ ໂດຍຈະຈັດການເປິກສາຫາລືທາງຍຸດທະສາດລະຫວ່າງຈີນ-ອາເມຣິກາຮອບໃໝ່.