ທ່ານສີຈິ້ນຜິງສົນທະນາກັບນາຍົກອັງກິດຜ່ານທາງໂທລະສັບ

2024-08-24 10:46:13 cri

ຕອນບ່າຍວັນທີ 23 ສິງຫານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົນທະນາກັບທ່ານເກຍ ສະຕາເມີ ນາຍົກລັດຖະມົນຕີອັງກິດຜ່ານທາງໂທລະສັບ.

  ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງໄດ້ຊົມເຊີຍທ່ານເກຍ ສະຕາເມີທີ່ໄດ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີອັງກິດ. ທ່ານສີຈິ້ນຜິງກ່າວວ່າ: ຈີນແລະອັງກິດຕ່າງກໍເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດແລະກຸ່ມເສດຖະກິດສຳຄັນຂອງໂລກ, ສອງປະເທດຄວນຍຶດໝັ້ນໃນຖານະທີ່ເປັນຄູ່ຮ່ວມ, ເພີ່ມທະວີການສົນທະນາ ແລະ ຮ່ວມມືກັນ, ເພື່ອສ້າງຄວາມສຸກໃຫ້ແກ່ສອງປະເທດ ກໍຄືທົ່ວໂລກດ້ວຍສາຍພົວພັນຈີນ-ອັງກິດທີ່ມີຄວາມໝັ້ນທ່ຽງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຈີນຍິນດີຮ່ວມກັບອັງກິດດຳເນີນການສົນທະນາຢ່າງສະເໝີພາບກັນ ບົນພື້ນຖານຄວາມເຄົາລົບເຊິ່ງກັນ ແລະກັນ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ລົງເລິກການແລກປ່ຽນດ້ານວັດທະນະທຳ, ເພື່ອເຮັດໃຫ້ການທີ່ຕ່າງຝ່າຍຕ່າງໄດ້ໄດ້ຮັບຜົນປະໂຫຍດກາຍເປັນຫຼັກການລວມຂອງສາຍພົວພັນຈີນ-ອັງກິດ. ຈີນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ຄວາມປາດຖະໜາຂອງອັງກິດກ່ຽວກັບການເພີ່ມທະວີການຕິດຕໍ່ພົວພັນ ແລະ ສົນທະນາກັນ, ຍິນດີຮ່ວມກັບອັງກິດຮັກສາການໄປມາຫາສູ່ກັນໃນທຸກລະດັບ, ສຸມຄວາມພະຍາຍາມຮ່ວມກັນເພື່ອສົ່ງເສີມສັນຕິພາບ ແລະ ການພັດທະນາຂອງໂລກ.

    ທ່ານເກຍ ສະຕາເມີ ກ່າວຢືນຢັນວ່າ:  ອັງກິດຫວັງຢາກຮ່ວມກັບຈີນເພີ່ມທະວີການຕິດຕໍ່ພົວພັນ ແລະ ສົນທະນາກັນໃນລະດັບຕ່າງໆ ແລະ ຂົງເຂດຕ່າງໆ, ຊຸກຍູ້ການຮ່ວມມືຕົວຈິງ ແລະ ການແລກປ່ຽນລັກສະນະກົນໄກລະຫວ່າງສອງປະເທດໃຫ້ໄດ້ຮັບຜົນງານທີ່ດີ, ເສີມຂະຫຍາຍສາຍພົວພັນອັງກິດ-ຈີນທີ່ໝັ້ນຄົງຍາວນານ ແລະ ມີຄວາມໝາຍຍຸດທະສາດດ້ວຍຈິດໃຈເຄົາລົບເຊິ່ງກັນແລະກັນ, ຫຼັກໝັ້ນຂອງອັງກິດທີ່ຍຶດໝັ້ນນະໂຍບາຍຈີນດຽວຢ່າງຍາວນານແມ່ນບໍ່ໄດ້ມີການປ່ຽນແປງ.