ວັນທີ 23 ສິງຫານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມ, ພິຈາລະນາ “ບາງນະໂຍບາຍ ແລະ ມາດຕະການກ່ຽວກັບການຊຸກຍູ້ການພັດທະນາພາກຕາເວັນຕົກຕື່ມອີກໃຫ້ກາຍເປັນສະພາບການໃໝ່”, ພາຍໃຕ້ການເປັນປະທານຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ.
ກອງປະຊຸມຊີ້ໃຫ້ເຫັນວ່າ, ການພັດທະນາພາກຕາເວັນຕົກເປັນນະໂຍບາຍຍຸດທະສາດສຳຄັນຂອງສູນກາງພັກຄອມມູນິດຈີນ, ຕ້ອງກຳແໜ້ນບົດບາດ ແລະພາລະກຳຂອງການພັດທະນາພາກຕາເວັນຕົກໃນຂະບວນການຊຸກຍູ້ຄວາມເປັນທັນສະໄໝແບບຈີນຢ່າງຖືກຕ້ອງ, ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ດີ, ເລັ່ງລັດສ້າງສະພາບການການພັດທະນາແບບໃໝ່, ຍົກສູງກຳລັງແຮງສັງລວມ ແລະ ຄວາມສາມາດດ້ານການພັດທະນາແບບຍືນຍົງຂອງເຂດແຄ້ວນດັ່ງກ່າວ.