ຈີນຈະສືບຕໍ່ປະກອບສ່ວນເຂົ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປັບປຸງການຄຸ້ມຄອງສິ່ງແວດລ້ອມຂອງໂລກໃຫ້ດີຂຶ້ນ

2024-08-24 14:05:39 cri

ວັນທີ 23 ສິງຫານີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ຍ້ອນໄດ້ຮັບຜົນປະໂຫຍດຈາກຂະແໜງການພະລັງງານໃໝ່ພັດທະນາຢ່າງວ່ອງໄວ, ຈີນໄດ້ກາຍເປັນໜຶ່ງໃນປະເທດທີ່ການສິ້ນເປືອງພະລັງງານໄດ້ຫຼຸດລົງໄວທີ່ສຸດຢູ່ໃນໂລກ. ໃນຂະນະທີ່ສຸມກຳລັງເພື່ອພັດທະນາປະເທດຕົນຕາມທິດສີຂຽວ, ຈີນຍັງຈະສືບຕໍ່ປະກອບສ່ວນເຂົ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປັບປຸງການຄຸ້ມຄອງສິ່ງແວດລ້ອມຂອງໂລກໃຫ້ດີຂຶ້ນ.

ທ່ານນາງເໝົາໜິງກ່າວຕື່ມວ່າ: ຈີນໄດ້ສ້າງຕ່ອງໂສ້ອຸດສາຫະກຳພະລັງງານໃໝ່ທີ່ໃຫຍ່ທີ່ສຸດ ແລະ ຄົບຖ້ວນທີ່ສຸດໃນໂລກສຳເລັດ, ໄດ້ສະໜອງອຸປະກອນຜະລິດໄຟຟ້າພະລັງງານແສງຕາເວັນ 70% ແລະ ຜະລິດໄຟຟ້າພະລັງງານລົມ 60% ໃຫ້ແກ່ໂລກ ເຊິ່ງເປັນແຮງຂັບເຄື່ອນທີ່ສຳຄັນໃຫ້ແກ່ທົ່ວໂລກ ເພື່ອບັນລຸການຫັນປ່ຽນໂຄງປະກອບດ້ານພະລັງງານ ແລະ ການພັດທະນາແບບກາກບອນຕ່ຳຕາມທິດສີຂຽວ.

ທ່ານນາງເໝົາໜິງຍັງກ່າວຕື່ມອີກວ່າ: ບາງປະເທດໄດ້ກົດໜີບການພັດທະນາອຸດສາຫະກຳສີຂຽວຂອງຈີນດ້ວຍຂໍ້ອ້າງທີ່ວ່າ: “ກຳລັງການຜະລິດເກີນຄວາມຕ້ອງການ”, ເຊິ່ງບໍ່ມີຜົນດີຕໍ່ຄວາມພະຍາຍາມຂອງທົ່ວໂລກເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສິ່ງທີ່ໂລກຕ້ອງການນັ້ນບໍ່ແມ່ນກຳແພງສີຂຽວ, ຫາກແມ່ນການຮ່ວມມືເພື່ອພ້ອມກັນຊຸກຍູ້ການຫັນປ່ຽນຕາມທິດສີຂຽວ.