ຖ້າເວົ້າເຖິງການປະຕິຮູບແລ້ວ ດ້ານໜຶ່ງແມ່ນຕິດພັນກັບການປົກຄອງ ແລະ ອີກດ້ານໜຶ່ງແມ່ນຕິດພັນກັບປະຊາຊົນ.
ການປະຕິຮູບແມ່ນເຮັດເພື່ອໃຜ? ສິ່ງນີ້ເປັນ “ຫີນວັດແທກຄຸນນະພາບຄຳ” ເພື່ອກວດສອບພັກການເມືອງໜຶ່ງ ແລະ ອຳນາດໜຶ່ງ.
ນັບແຕ່ກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ18ມາຮອດກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ20, ໃນຂະບວນການລົງເລິກການປະຕິຮູບຢ່າງຮອບດ້ານ, ພັກຄອມມູນິດຈີນໄດ້ຍຶດໝັ້ນທາດແທ້ດ້ານຄ່ານິຍົມທີ່ຖືປະຊາຊົນເປັນສິ່ງສຳຄັນກວ່າໝູ່ຢ່າງສະເໝີຕົ້ນສະເໝີປາຍ.
ເດືອນເມສາປີ2015, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານກອງປະຊຸມໜ່ວຍນຳພາການລົງເລິກການປະຕິຮູບຢ່າງຮອບດ້ານຂອງສູນກາງພັກຄັ້ງທີ11 ໂດຍເພິ່ນໄດ້ຊີ້ນຳເປັນພິເສດໃຫ້ພະນັກງານທັງຫຼາຍວ່າ: “ຕ້ອງຍົກສູງຄວາມສາມາດ ແລະ ລະດັບການນຳພາ, ວາງແຜນ, ຊຸກຍູ້ ແລະ ຈັດຕັ້ງປະຕິບັດການປະຕິຮູບໃຫ້ເປັນຮູບປະທຳຢ່າງບໍ່ຢຸດຢັ້ງ ເພື່ອເຮັດໃຫ້ໄດ້ເຖິງຂັ້ນເມື່ອປະຊາຊົນມີຄວາມຮຽກຮ້ອງຕ້ອງການ, ການປະຕິຮູບຕ້ອງມີການຕອບສະໜອງໃຫ້ໄດ້ຢ່າງແທ້ຈິງ.”
ວັນທີ18ກໍລະກົດ2024, ກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ20ໄດ້ຜ່ານ ແລະ ຮັບຮອງເອົາຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ ເຊິ່ງຂໍ້ຕົກລົງສະບັບນີ້ໄດ້ກຳນົດເອົາເນື້ອໃນກ່ຽວກັບ “ຍຶດໝັ້ນຖືປະຊາຊົນເປັນໃຈກາງ, ເຄົາລົບຖານະທີ່ເປັນພາກສ່ວນຕົ້ນຕໍ ແລະ ຈິດໃຈປະດິດສ້າງຄັ້ງທຳອິດຂອງປະຊາຊົນ, ເມື່ອປະຊາຊົນມີຄວາມຮຽກຮ້ອງຕ້ອງການ ການປະຕິຮູບຕ້ອງຕອບສະໜອງໃຫ້ໄດ້, ເຮັດໃຫ້ໄດ້ເຖິງຂັ້ນທີ່ການປະຕິຮູບເພື່ອປະຊາຊົນ ການປະຕິຮູບອາໄສປະຊາຊົນ ແລະ ຜົນງານການປະຕິຮູບຈະໃຫ້ປະຊາຊົນຊົມໃຊ້ຮ່ວມກັນ” ໃຫ້ເປັນໜຶ່ງໃນ6ຫຼັກການສຳຄັນແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ.
ປະຊາຊົນສົນໃຈສິ່ງໃດ, ຄອງຄອຍສິ່ງໃດ, ການປະຕິຮູບກໍຈະກຳກັບສິ່ງນັ້ນ ຊຸກຍູ້ສິ່ງນັ້ນ. ລະຫວ່າງຄວາມຮຽກຮ້ອງຕ້ອງການກັບການຕອບສະໜອງແບບນີ້ ແມ່ນໄດ້ສ່ອງແສງໃຫ້ເຫັນເຖິງຄ່ານິຍົມດ້ານການລົງເລິກການປະຕິຮູບຢ່າງຮອບດ້ານຂອງຈີນຄື ຖືປະຊາຊົນເປັນໃຈກາງ.
ເດືອນພະຈິກປີ2013, ໃນກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ18, ທ່ານສີຈິ້ນຜິງໄດ້ຊີ້ແຈງຢ່າງຈະແຈ້ງກ່ຽວກັບຈຸດເລີ່ມຕົ້ນ ແລະ ຈຸດປະສົງຂອງຈີນໃນການລົງເລິກການປະຕິຮູບຢ່າງຮອບດ້ານຄື ສົ່ງເສີມຄວາມຍຸຕິທຳ ແລະ ຄວາມເປັນທຳທາງສັງຄົມ, ເພີ່ມພູນຄູນສ້າງຄວາມສຸກຂອງປະຊາຊົນ. ເພິ່ນເນັ້ນໜັກວ່າ: “ນີ້ຄືຄວາມຮຽກຮ້ອງອັນຈຳເປັນໃນການຍຶດໝັ້ນຈຸດປະສົງຂອງພັກພວກເຮົາແຫ່ງການຮັບໃຊ້ປະຊາຊົນຢ່າງສຸດໃຈ.”
“ຖ້າຫາກບໍ່ສາມາດນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນໄດ້, ບໍ່ສາມາດສ້າງສະພາບແວດລ້ອມທາງສັງຄົມທີ່ຍຸຕິທຳກວ່າເກົ່າໄດ້ ຫຼືຍິ່ງໄປກວ່ານັ້ນແມ່ນພາໃຫ້ບໍ່ມີຄວາມຍຸຕິທຳຫຼາຍກວ່າເກົ່າ, ການປະຕິຮູບກໍຈະສູນເສຍຄວາມໝາຍ ທັງບໍ່ອາດຈະຍືນຍົງໄດ້.” ຄຳເຫັນຂອງທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນຢ່າງເລິກເຊິ່ງວ່າ: ມີພຽງແຕ່ຍຶດໝັ້ນຖືປະຊາຊົນເປັນໃຈກາງເທົ່ານັ້ນ, ລັກສະນະວິທະຍາສາດຂອງການປະຕິຮູບຈຶ່ງຈະມີສິ່ງຄ້ຳຊູໄດ້, ປະສິດທິຜົນຂອງການຈັດຕັ້ງປະຕິບັດຈຶ່ງຈະມີການຮັບປະກັນໄດ້. ມີພຽງແຕ່ຖືເອົາຜົນປະໂຫຍດຂອງປະຊາຊົນເປັນຈຸດປະສົງເທົ່ານັ້ນ, ຄວາມຫ້າວຫັນດ້ານການປະຕິຮູບຂອງທົ່ວສັງຄົມຈຶ່ງຈະສາມາດຖືກກະຕຸ້ນອອກມາໄດ້, ຈຶ່ງຈະສາມາດຊຸກຍູ້ໃຫ້ປະຊາຊົນໝົດທັງຊາດຮ່ວມແຮງຮ່ວມໃຈກັນເພື່ອສ້າງໃຫ້ເປັນກຳລັງແຮງສັງລວມຂອງການປະຕິຮູບໄດ້ຢ່າງມີປະສິດທິຜົນສູງກວ່າເກົ່າ.
ຕອບສະໜອງກັບສຽງຮຽກຮ້ອງຂອງປະຊາຊົນດ້ວຍການເຄື່ອນໄຫວປະຕິຮູບ, ບັນເທົາທຸກໃຫ້ປະຊາຊົນ ສະແຫວງຫາຜົນປະໂຫຍດໃຫ້ປະຊາຊົນດ້ວຍມາດຕະການປະຕິຮູບ. ໃນການສຳຫຼວດຄົ້ນຄວ້າ, ເກັບກຳຂໍ້ມູນ ແລະ ພົບປະໂອ້ລົມສົນທະນາເພື່ອສອບຖາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ຂໍຄວາມຄິດເຫັນຈາກປະຊາຊົນເປັນຈຳນວນຫຼາຍຄັ້ງ, ທ່ານສີຈິ້ນຜິງໄດ້ຊອກເຫັນຂໍກຸນແຈສຳຄັນເພື່ອແກ້ໄຂການລົງເລິກການປະຕິຮູບຢ່າງຮອບດ້ານ.
ເນື່ອງຈາກສາເຫດຕ່າງໆເຊັ່ນ: ລາຄາຢາປົວພະຍາດ ແລະ ອຸປະກອນການແພດສູງເກີນໄປ ເປັນຕົ້ນ, ປະຊາຊົນໄດ້ປະເຊີນກັບບັນຫາທີ່ການເຂົ້າເຖິງການບໍລິການປິ່ນປົວມີຄວາມຫຍຸ້ງຍາກ ແລະ ຄ່າປິ່ນປົວແພງມາເປັນເວລາຍາວນານ.
ເດືອນມີນາປີ2021 ທ່ານສີຈິ້ນຜິງຢ້ຽມຢາມໂຮງຫມໍເມືອງຊ່າຊ້ຽນນະຄອນຊ່ານມິງ
ໃນເວລາລົງເຄຶ່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຊ່ານມິງ ແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ຕີລາຄາ ແລະ ຊົມເຊີຍເປັນຢ່າງສູງຕໍ່ບົດຮຽນການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກ, ເພິ່ນຍັງໄດ້ຊີ້ນຳໃຫ້ແຫ່ງຕ່າງໆຖອດຖອນເອົາບົດຮຽນດັ່ງກ່າວໄປເຜີຍແຜ່ນຳໃຊ້ຕາມສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນຕົນ. ຍົກເລີກການຂຶ້ນລາຄາຕື່ມອີກໃນເວລາຈຳໜ່າຍຢາປົວພະຍາດຢູ່ສະຖານທີ່ປິ່ນປົວ, ປັບປຸງລະບົບການກວດພະຍາດແລະການປິ່ນປົວໂດຍແບ່ງເປັນລະດັບຊັ້ນ, ດຳເນີນການປະຕິຮູບແບບສັງລວມຢູ່ໂຮງໝໍລັດຢ່າງຮອບດ້ານ ແລະອື່ນໆ. ມາດຕະການປະຕິຮູບຕ່າງໆໄດ້ວາງອອກຕາມລຳດັບ ເພື່ອສ້າງຄວາມໃຝ່ຝັນແຫ່ງສຸຂະພາບຂອງປະຊາຊົນໃຫ້ບັນລຸຜົນເປັນຈິງ.
ໂຮງຫມໍເມືອງຊ່າຊ້ຽນນະຄອນຊ່ານມິງໄດ້ຕັ້ງສູນບໍລິການປະກັນໄພສຸຂະພາບເພື່ອອຳນວຍຄວາມສະດວກໃຫ້ແກ່ຄົນເຈັບໃນການໃຊ້ບໍລິການປິ່ນປົວ ແລະ ການຊຳລະຄ່າປິ່ນປົວ
ອີກຕົວຢ່າງໜຶ່ງ: ແຕ່ກ່ອນ, ປະຊາຊົນແລ່ນເອກະສານ ແລະ ໃຊ້ບໍລິການຢູ່ອົງການປົກຄອງແມ່ນຍາກຫຼາຍເຊັ່ນ: ເວົ້າຈົນປາກປຽກ, ແລ່ນຈົນຂາຊິຫຼຸດອອກ ກໍບໍ່ສຳເລັດ.
ປະຊາຊົນໃຊ້ບໍລິການຂອງລັດຢູ່ສູນບໍລິການຂອງລັດຢ່າງສະດວກ
ໃນເວລາລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທ້ອງຖິ່ນຕ່າງໆ, ທ່ານສີຈິ້ນຜິງມັກຈະໄປຢ້ຽມຢາມສູນບໍລິການຂອງລັດຢູ່ທ້ອງຖິ່ນເຫຼົ່ານີ້ ເພື່ອຊີ້ນຳການປະຕິຮູບແນໃສ່ປັບປຸງຍົກລະດັບຂົງເຂດບໍລິການຂອງລັດ. ປັດຈຸບັນ, ຮູບແບບບໍລິການຕ່າງໆເຊັ່ນ: “ແລ່ນເອກະສານຫຼາຍສຸດພຽງເທື່ອດຽວເທົ່ານັ້ນ” “ຜ່ານປະຕູ ດຽວ”, “ການພິຈາລະນາອະນຸມັດທາງອ໋ອນລາຍ” ແລະອື່ນໆ ໄດ້ປາກົດຂຶ້ນຢ່າງບໍ່ຢຸດຢັ້ງ, ວິສາຫະກິດ ແລະ ປະຊາຊົນເຂົ້າມາໃຊ້ບໍລິການຂອງລັດນັບມື້ນັບວ່ອງໄວ ແລະ ສະດວກສະບາຍ.
ການສ້າງຄວາມສິວິໄລດ້ານນິເວດເປັນບັນຫາສຳຄັນໃນສັງຄົມທີ່ຕິດພັນກັບຄວາມສຸກຂອງປະຊາຊົນ.
ເມືອງຕ້າຫຼີແຂວງຢູນນານສຸມໃສ່ອະນຸລັກສິ່ງແວດລ້ອມຫນອງເສໂດຍສາມາດຊຸກຍູ້ການພັດທະນາການທ່ອງທ່ຽວໃຫ້ມີປະສິດທິຜົນ
ພາຍໃຕ້ການຊີ້ນຳຈາກແນວຄິດສີຈິ້ນຜິງກ່ຽວກັບຄວາມສິວິໄລດ້ານນິເວດ, ຈີນໄດ້ຖືເອົາການແກ້ໄຂບັນຫາສິ່ງແວດລ້ອມທຳມະຊາດເປັນຂົງເຂດບຸລິມະສິດດ້ານຊີວິດການເປັນຢູ່ຂອງປະຊາຊົນ, ໂດຍໄດ້ປະຕິບັດແຜນການດຳເນີນງານເພື່ອປ້ອງກັນ ແລະ ຄວບຄຸມມົນລະພິດທາງອາກາດ, ນ້ຳ ແລະ ດິນ ຕາມລຳດັບ, ສ້າງຕັ້ງລະບຽບການຫົວໜ້າຄຸ້ມຄອງແມ່ນ້ຳ, ຫົວໜ້າຄຸ້ມຄອງໜອງບຶງຢ່າງຮອບດ້ານ, ອອກແຮງຊຸກຍູ້ການຄັດແຍກປະເພດຂີ້ເຫຍື້ອຈາກກິດຈະກຳປະຈຳວັນ, ເປີດໂຄງການກໍ່ສ້າງ “ຕົວເມືອງປອດສິ່ງເສດເຫຼືອ” ແລະອື່ນໆ. ດິນແດນຈີນຖືກປະດັບໄປດ້ວຍສີຂຽວນັບມື້ນັບຫຼາຍຂຶ້ນ, ສິ່ງແວດລ້ອມທຳມະຊາດທີ່ດີ ພູຜາແມ່ນ້ຳທີ່ດີໄດ້ກາຍເປັນ “ສິ່ງປະເສີດທີ່ມີຄຸນຄ່າ”.
ເມື່ອປະຊາຊົນມີຄວາມຮຽກຮ້ອງຕ້ອງການ ການປະຕິຮູບຕ້ອງຕອບສະໜອງໃຫ້ໄດ້. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກຄອມມູນິດຈີນເປັນຕົ້ນມາ, ໃນການລາຍງານຂ່າວຢ່າງເປີດເຜີຍກ່ຽວກັບກອງປະຊຸມໜ່ວຍນຳພາການລົງເລິກການປະຕິຮູບຢ່າງຮອບດ້ານຂອງສູນກາງພັກຈຳນວນ 72 ຄັ້ງຜ່ານມາ, ຄຳວ່າ “ປະຊາຊົນ” ໄດ້ປາກົດອອກ 200 ກວ່າເທື່ອ, ຂະນະທີ່ຄຳວ່າ “ມະຫາຊົນ” ປາກົດອອກ 100 ກວ່າເທື່ອ. ເລື່ອງນ້ອຍເລື່ອງໃຫຍ່ຕ່າງໆທີ່ກ່ຽວຂ້ອງກັບປະຊາຊົນໄດ້ຖືກຈັດເຂົ້າໃນວາລະປະຊຸມ, ກາຍເປັນຈຸດສົນໃຈ ແລະ ຈຸດສຸມກຳລັງຂອງການປະຕິຮູບ.
ການລ້ຽງດູຜູ້ເຖົ້າ ແລະ ການບໍລິການໂຮງລ້ຽງເດັກ, ການຫຼຸດຜ່ອນພາລະດ້ານການສຶກສາ, ການຊ່ວຍເຫຼືອທາງດ້ານກົດໝາຍ, ການປະຕິຮູບອາກອນລາຍໄດ້ສ່ວນບຸກຄົນ, ການສ້າງປະເທດຈີນທີ່ສະຫງົບປອດໄພ ແລະດ້ານອື່ນໆ, ເອກະສານການປະຕິຮູບສະບັບຕ່າງໆໄດ້ຜ່ານຮັບຮອງ, ແຜນການລະບຽບການຕ່າງໆໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຕາມລຳດັບ, ໃນນີ້, ການປະຕິຮູບທີ່ຕິດພັນກັບຄວາມສຸກຂອງປະຊາຊົນໄດ້ຖືກວາງໄວ້ຢູ່ໃນຖານະພົ້ນເດັ່ນກວ່າເກົ່າ ເຊິ່ງເປັນການຕອບສະໜອງກັບສຽງຮຽກຮ້ອງຕ້ອງການໃຫ້ແກ້ໄຂບັນຫາທີ່ປະຊາຊົນມີຄວາມເດືອດຮ້ອນ, ຫຍຸ້ງຍາກ ແລະ ມີຄວາມກັງວົນ ໃຫ້ດີກວ່າເກົ່າ.
ດັ່ງທ່ານສີຈິ້ນຜິງໄດ້ເວົ້າວ່າ: “ຄວາມປາດຖະໜາຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ອັນດີງາມແມ່ນເປົ້າໝາຍສູ້ຊົນຂອງພວກເຮົາ”. ການສຸມໃສ່ປະຕິຮູບ, ສົ່ງເສີມການພັດທະນາ, ຈຸດປະສົງສຸດທ້າຍແມ່ນເພື່ອເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ.
ໃນກອງປະຊຸມສົນທະນາເພື່ອເປີດຮັບຄຳຄິດເຫັນຈາກວົງການຕ່າງໆທີ່ຈັດຂຶ້ນກ່ອນໄຂກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ20ນັ້ນ, ທ່ານສີຈິ້ນຜິງໄດ້ເນັ້ນໜັກອີກຄັ້ງໜຶ່ງວ່າ: ຕ້ອງເອົາໃຈໃສ່ຊອກຫາຈຸດສຸມກຳລັງ ແລະ ຈຸດເລີ່ມຕົ້ນແຫ່ງການປະຕິຮູບໃຫ້ຖືກຕ້ອງຈາກບັນຫາທີ່ປະຊາຊົນມີຄວາມເດືອດຮ້ອນ, ຫຍຸ້ງຍາກ ແລະ ມີຄວາມກັງວົນ ເຊັ່ນ: ການປະກອບອາຊີບ, ການສ້າງລາຍໄດ້ເພີ່ມ, ການສຶກສາ, ການເຂົ້າເຖິງການບໍລິການປິ່ນປົວ, ເຮືອນຢູ່, ການໃຊ້ບໍລິການລັດ, ການບໍລິການຝາກລ້ຽງເດັກ ແລະ ເບິ່ງແຍງຜູ້ເຖົ້າ ກໍຄື ຄວາມປອດໄພດ້ານຊີວິດ ແລະ ຊັບສິນເປັນຕົ້ນ, ເພື່ອວາງມາດຕະການປະຕິຮູບແກ້ໄຂບັນຫາທີ່ປະຊາຊົນມີຄວາມກັງວົນ ແລະ ຕາມຄວາມປາດຖະໜາຂອງປະຊາຊົນໃຫ້ຫຼາຍກວ່າເກົ່າ.
ການກຳຈັດບັນຫາທີ່ເປັນພະຍາດຊຳເຮື້ອ ແມ່ນເລີ່ມລົງມືຈາກບ່ອນທີ່ມີຂໍ້ຂັດແຍ້ງພົ້ນເດັ່ນທີ່ສຸດ, ການທັບມ້າງອຸປະສັກກີດຂວາງແມ່ນເລີ່ມລົງມືຈາກຂົງເຂດທີ່ປະຊາຊົນມີຄວາມປາດຖະໜາແຮງກ້າທີ່ສຸດ, ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກແມ່ນຢູ່ບົນພື້ນຖານທີ່ຖືປະຊາຊົນເປັນໃຈກາງ, ມີຄ່ານິຍົມອັນຊັດເຈນ, ພ້ອມທັງເຊື່ອງຊ້ອນເຫດຜົນອັນເລິກເຊິ່ງກ່ຽວກັບ “ຊີວິດການເປັນຢູ່ຂອງປະຊາຊົນຄືສິ່ງສຳຄັນທີ່ສຸດຂອງຄວາມທັນສະໄໝແບບຈີນ.”