CMG ສ້າງເວທີຜະລິດ ແລະ ອອກອາກາດ FAST ທຳອິດຂອງຈີນ

2024-08-24 13:17:05 cri


ວັນທີ 23 ສິງຫານີ້, ພິທີນຳສະໜີຜົນງານການປະດິດສ້າງ FAST ພາຍໃຕ້ຫົວຂໍ້ “ດິຈີຕອນ ແລະ ອັດສະລິຍະນຳພາໃຫ້ພົບເຫັນປະເທດຈີນ” ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນ.

FAST ແມ່ນຂຽນຫຍໍ້ຈາກພາສາອັງກິດທີ່ວ່າ “Free Ad-supported Streaming TV”, ໝາຍຄວາມວ່າ: ໂທລະພາບອິນເຕີເນັດເບິ່ງຟຣີທີ່ສະໜັບສະໜູນໂດຍການໂຄສະນາ. FAST ຈະສະໜອງເນື້ອໃນຂໍ້ມູນຂ່າວສານທີ່ບໍ່ເກັບຄ່າຕໍ່ຜູ້ຊົມດ້ວຍວິທີການອອກອາກາດຜ່ານທາງອິນເຕີເນັດ ແລະ ປ່ອຍການໂຄສະນາຢ່າງຖືກກຸ່ມຄົນເປົ້າໝາຍຕ່າງໆຕາມຮູບພາບຂອງຜູ້ຊົມ. ຊ່ອງ FAST ມີທ່າແຮງດ້ານຕ່າງໆເປັນຕົ້ນ: ມີຜູ້ຊົມໄວໜຸ່ມ ແລະ ມີອະນາຄົດທີ່ດີ. ປັດຈຸບັນ ກຸ່ມສື່ສຳຄັນຕ່າງໆໃນໂລກພວມພາກັນຍືດຄອງຕະຫຼາດດັ່ງກ່າວ ໂດຍສ້າງຊ່ອງ FAST ຂຶ້ນມາເປັນຈຳນວນຫຼາຍ.