ປະລິມານຈຳໜ່າຍເກມ“Black MythG Wukong”ຫຼາຍກວ່າ 10 ລ້ານສະບັບ

2024-08-25 12:17:12 CRI


     ບໍລິສັດວິທະຍາສາດເກມຈຳກັດນະຄອນເສິນເຈິ້ນຈີນແຈ້ງໃຫ້ຮູ້ວ່າ: ນັບມາຮອດເວລາ 21 ໂມງຂອງວັນທີ 23 ສິງຫານີ້, ປະລິມານຈຳໜ່າຍເກມBlack MythG Wukongໄດ້ຫຼາຍກວ່າ 10 ລ້ານສະບັບ.


     ເກມBlack MythG Wukongແມ່ນເກມ 3A ທີ່ຜະລິດຈາກຈີນເຊິ່ງໄດ້ຫາເນື້ອໃນຈາກນະວະນິຍາຍອະມະຕະເລື່ອງໄຊອິວຂອງຈີນ, ແມ່ນຜະລິດໂດຍບໍລິສັດວິທະຍາສາດເກມຈຳກັດນະຄອນເສິນເຈິ້ນຈີນ. ເກມ 3A ໝາຍເຖິງຜົນງານເກມທີ່ມີຕົ້ນທຶນການຜະລິດສູງ ຂະໜາດສູງ ແລະຄຸນນະພາບສູງ. ກ່ອນໜ້ານີ້, ຕະຫຼາດເກມ 3A ຕົ້ນຕໍແມ່ນຄວບຄຸມໂດຍບໍລິສັດເກມຂອງຍີ່ປຸ່ນ ອາເມຣິກາ ແລະຣັ່ງ.