ກະຊວງການຄ້າຈີນໃຫ້ຄຳຕອບກ່ຽວກັບອາເມຣິກາຈັດວິສາຫະກິດຈີນຫຼາຍແຫ່ງເຂົ້າໃນບັນຊີລາຍຊື່ການຄວບຄຸມການສົ່ງອອກດ້ວຍຂໍ້ອ້າງທີ່ວ່າມີສ່ວນກ່ຽວຂ້ອງກັບຣັດເຊຍ

2024-08-25 16:52:38 cri

      ຫວ່າງມໍ່ໆມານີ້, ອາເມຣິກາໄດ້ຈັດວິສາຫະກິດຈີນຫຼາຍແຫ່ງເຂົ້າໃນບັນຊີລາຍຊື່ການຄວບຄຸມການສົ່ງອອກດ້ວຍຂໍ້ອ້າງອັນທີ່ວ່າມີສ່ວນກ່ຽວຂ້ອງກັບຣັດເຊຍ. ຕໍ່ກັບເລື່ອງນີ້, ໂຄສົກກະຊວງການຄ້າຈີນໄດ້ໃຫ້ຄຳຕອບໃນວັນທີ 25 ສິງຫານີ້ວ່າ: ການກະທຳຂອງອາເມຣິກາແມ່ນການລົງໂທດຝ່າຍດຽວແລະ “ການໃຊ້ອຳນາດດ້ວຍແຂນຍາວ”ແທ້ໆ, ໄດ້ທຳລາຍຂໍ້ກຳນົດແລະລະບຽບການຄ້າສາກົນ,ສະກັດກັ້ນການໄປມາຫາສູ່ກັນດ້ານເສດຖະກິດການຄ້າຢ່າງເປັນປົກກະຕິລະຫວ່າງຊາດ,ໄດ້ກະທົບເຖິງຄວາມປອດໄພແລະໝັ້ນທ່ຽງຂອງຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງຂອງໂລກ,ຈີນເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້. ຈີນຮຽກຮ້ອງໃຫ້ອາເມຣິກາຍຸດຕິການກະທຳທີ່ຜິດພາດໃນທັນທີ,ພ້ອມທັງຈະໃຊ້ມາດຕະການທີ່ຈຳເປັນເພື່ອເດັດດ່ຽວປົກປັກຮັກສາສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດຈີນ.