ເຈົ້າໜ້າທີ່ກະຊວງການຕ່າງປະເທດຈີນແນະນຳສະພາບກ່ຽວກັບຜູ້ຊ່ວຍວຽກດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາຈະຢ້ຽມຢາມຈີນ

2024-08-26 21:02:43 cri


ວັນທີ 25 ສິງຫານີ້, ຜູ້ຮັບຜິດຊອບວຽກງານກົມອາເມຣິກາເໜືອໂອຊີອານີກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບກ່ຽວກັບຜູ້ຊ່ວຍວຽກດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາຈະຢ້ຽມຢາມຈີນ.

ຜູ້ຮັບຜິດຊອບທ່ານນີ້ກ່າວວ່າ: ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນ ແລະ ຜູ້ຊ່ວຍວຽກດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາແລກປ່ຽນກັນທາງຍຸດທະສາດ, ແມ່ນປະຕິບັດຕາມຄວາມເຫັນສຳຄັນທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດຢູ່ເກາະບາຫຼີຂອງອິນໂດເນເຊຍເມື່ອເດືອນພະຈິກປີ 2022. ຄັ້ງນີ້ແມ່ນຜູ້ຊ່ວຍວຽກດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາຢ້ຽມຢາມຈີນຫ່າງຈາກເທື່ອແລ້ວນີ້ 8 ປີ, ແມ່ນມາດຕະການສຳຄັນທີ່ສອງຝ່າຍປະຕິບັດຕາມຄວາມເຫັນສຳຄັນທີ່ເປັນເອກະພາບກັນຂອງການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາຢູ່ນະຄອນຊານຟຣານຊິສໂກ. ທ່ານຫວາງຢີ້, ຫົວໜ໊າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນຈະແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກັບທ່ານແຈັກ ຊູລິແວນ ຜູ້ຊ່ວຍວຽກດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາກ່ຽວກັບສາຍພົວພັນລະຫວ່າງຈີນກັບອາເມຣິກາ, ບັນຫາອ່ອນໄຫວ, ບັນຫາສຳຄັນຂອງສາກົນ ແລະ ບັນຫາຈຸດສຸມຂອງພາກພື້ນ.