ຈີນເຕືອນໃຫ້ຟີລິບປິນຍຸດຕິການລ່ວງລ້ຳອະທິປະໄຕ ທ້າທາຍເກາະຜິດ ແລະ ໃສ່ຮ້າຍປ້າຍສີຈີນ

2024-08-26 10:59:02 cri

ທ່ານ ກ່ານຢວີ ໂຄສົກກອງຕຳຫຼວດຍາມຝັ່ງທະເລຈີນກ່າວຢືນຢັນວ່າ: ວັນທີ25ສິງຫານີ້, ຟີລິບປິນໄດ້ສົ່ງກຳປັ່ນ3002ບຸກລຸກເຂົ້າເຂດທະເລໃກ້ຫາດຊ່ຽນປິ່ນໝູ່ເກາະໜານຊ່າຂອງຈີນ ໂດຍເຈຕະນາເຂົ້າໃກ້ແບບອັນຕະລາຍ ແລະ ຕັ້ງແກ້ງເຂົ້າມາຕຳກັບກຳປັ່ນຍາມຝັ່ງທະເລ21551ຂອງຈີນທີ່ກຳລັງປະຕິບັດໜ້າທີ່ຕາມກົດໝາຍເພື່ອປົກປັກຮັກສາອະທິປະໄຕຢ່າງເປັນປົກກະຕິ ເຊິ່ງເຮັດໃຫ້ກຳປັ່ນທັງສອງລຳຮຸກຖູກັນ, ຄວາມຮັບຜິດຊອບແມ່ນຢູ່ນຳຝ່າຍຟີລິບປິນທັງໝົດ. ຕຳຫຼວດຍາມຝັ່ງທະເລຈີນໄດ້ຕິດຕາມຄວບຄຸມຕໍ່ກຳປັ່ນກໍ່ເຫດຂອງຟີລິບປິນ ພ້ອມທັງສະກັດກັ້ນ ແລະ ຂັບໄລ່ກຳປັ່ນລຳນັ້ນຢ່າງເດັດດ່ຽວໃນຕະຫຼອດຂະບວນການດັ່ງກ່າວ ເຊິ່ງການປະຕິບັດການຢູ່ກັບທີ່ແມ່ນຖືກກັບລະບຽບແບບແຜນວິຊາການ, ສົມເຫດສົມຜົນ ແລະ ຖືກຕ້ອງຕາມກົດໝາຍ.

ຈີນມີອະທິປະໄຕເໜືອໝູ່ເກາະໜານຊ່າເຊິ່ງລວມທັງຫາດຊ່ຽນປິ່ນ ພ້ອມດ້ວຍເຂດທະເລບໍລິເວນອ້ອມຂ້າງໂດຍບໍ່ສາມາດໂຕ້ຖຽນໄດ້, ຕຳຫຼວດຍາມຝັ່ງທະເລຈີນຈະດຳເນີນການເຄື່ອນໄຫວປະຕິບັດກົດໝາຍເພື່ອປົກປັກຮັກສາອະທິປະໄຕຕາມກົດໝາຍຢ່າງຕໍ່ເນື່ອງຢູ່ເຂດທະເລພາຍໃຕ້ການຄຸ້ມຄອງຂອງຈີນ. ຈີນເຕືອນໃຫ້ຝ່າຍຟີລິບປິນຈົ່ງຍຸດຕິການລ່ວງລ້ຳອະທິປະໄຕ ທ້າທາຍເກາະຜິດ ແລະ ໃສ່ຮ້າຍປ້າຍສີຈີນໃນທັນທີ, ຖ້າບໍ່ດັ່ງນັ້ນ ຜົນສຸດທ້າຍທີ່ເກີດຂຶ້ນຕາມຫຼັງຈະແມ່ນຝ່າຍຟີລິບປິນເປັນຜູ້ຮັບຜິດຊອບທັງໝົດ.