ການທ່ອງທ່ຽວຈີນສືບຕໍ່ດຶງດູດນັກທ່ອງທ່ຽວຕ່າງປະເທດ

2024-08-26 10:58:52 cri

ຄຽງຄູ່ກັບ “ກຸ່ມເພື່ອນມິດ” ຍ້ອນນະໂຍບາຍຍົກເວັ້ນວິຊາ 144 ຊົ່ວໂມງຂອງຈີນໄດ້ເປີດກວ້າງອອກຢ່າງບໍ່ຢຸດຢັ້ງ, ມີນັກທ່ອງທ່ຽວຕ່າງປະເທດນັບມື້ນັບຫຼາຍຂຶ້ນໄດ້ໄປທ່ຽວປະເທດຈີນ. ໃນນັ້ນ, ນັກທ່ອງທ່ຽວທີ່ໄປທ່ຽວຈີນເປັນຄັ້ງທີສອງ ຫຼືພາຄອບຄົວແລະໝູ່ເພື່ອນໄປທ່ຽວຈີນຫຼາຍຄັ້ງ ໄດ້ກາຍເປັນກຳລັງແຮງບົ່ມຊ້ອນແຫ່ງການເຕີບໂຕຂອງການທ່ອງທ່ຽວປະເທດຈີນ.



ອີງຕາມຕົວເລກສະຖິຕິຂອງອົງການຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ນັກທ່ອງທ່ຽວຕ່າງປະເທດທີ່ຜ່ານດ່ານຕ່າງໆໃນທົ່ວປະເທດຈີນມີເຖິງ 17,254 ລ້ານເທື່ອຄົນ, ເພີ່ມຂຶ້ນ 129,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ການອອກວິຊາຢູ່ກັບດ່ານມີເຖິງ 846.000 ເທື່ອ, ເພີ່ມຂຶ້ນ 182,9%.



ການໄປທ່ຽວປະເທດຈີນ ນອກຈາກໄດ້ເຫັນທິວທັດ, ໄດ້ສຳຜັດກັບອາຫານການກິນ ແລະ ວັດທະນະທຳປະຫວັດສາດແລ້ວ, ຕົວເມືອງອັດສະລິຍະທີ່ພັດທະນາໄປຢ່າງວ່ອງໄວ ແລະ ຊີວິດການເປັນຢູ່ແບບອັດສະລິຍະທີ່ເຫັນໄດ້ຢູ່ທົ່ວທຸກບ່ອນ ໄດ້ກາຍເປັນປະສົບການໃໝ່ ແລະ ຫຼົງລືມໄດ້ຍາກຂອງນັກທ່ອງທ່ຽວຕ່າງປະເທດ.