ໝາກທຸລຽນສົດມາເລເຊຍສົ່ງອອກໄປສູ່ປະເທດຈີນເປັນຄັ້ງທຳອິດ

2024-08-26 14:47:22 cri

ວັນທີ 24 ສິງຫານີ້, ເຮືອບິນຂົນສົ່ງໝາກທຸລຽນສົດຂອງມະເລເຊຍລຳໜຶ່ງໄດ້ເດີນທາງໄປຮອດສະໜາມບິນສາກົນຊິ່ນເຈີ້ງຂອງນະຄອນເຈີ້ງໂຈ່ວແຂວງເຫີນານຈີນ. ພາຍຫຼັງຜ່ານການກວດກາແລະກັກກັນພະຍາດໄດ້ມາດຕະຖານຂອງດ່ານພາສີແລ້ວ, ໝາກທຸລຽນເຫຼົ່ານີ້ຈະຖືກຂົນສົ່ງໄປແຫ່ງຕ່າງໆໃນທົ່ວປະເທດຈີນ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກທີ່ມີຕໍ່ໝາກໄມ້ນຳເຂົ້າຈາກຕ່າງປະເທດ. ນີ້ເປັນຄັ້ງທຳອິດທີ່ໝາກທຸລຽນມາເລເຊຍເຂົ້າສູ່ຕະຫຼາດຈີນພາຍຫຼັງຜ່ານການກວດກາແລະກັກກັນພະຍາດແລ້ວໄດ້ອຸນຸຍາດໃຫ້ອອກສູ່ຕະຫຼາດ.



ເດືອນມິຖຸນາປີນີ້, ຈີນແລະມາເລເຊຍໄດ້ເຊັນສັນຍາການຮ່ວມມືແລະບົດບັນທຶກ 14 ລາຍການ. ໃນນັ້ນ, ການລົງນາມໃນ “ອະນຸສັນຍາກ່ຽວກັບຄວາມຮຽກຮ້ອງ ຂອງການກັກກັນພະຍາດພືດຕໍ່ໝາກທຸລຽນສົດມາເລເຊຍທີ່ສົ່ງໄປປະເທດຈີນ ລະຫວ່າງອົງການດ່ານພາສີຈີນກັບກະຊວງກະສິກຳແລະຄວາມໝັ້ນຄົງດ້ານສະບຽງອາຫານມາເລເຊຍ” ໝາຍຄວາມວ່າ: ໝາກທຸລຽນມາເລເຊຍສາມາດສົ່ງອອກໄປສູ່ປະເທດຈີນ.