ການຄ້າເອເລັກໂຕຣນິກຂ້າມຊາດຂອງຈີນໄດ້ຮັບການພັດທະນາຢ່າງວ່ອງໄວ

2024-08-26 11:39:27 CRI

 

   ອີງຕາມຕົວເລກຂໍ້ມູນຂອງອົງການພາສີຈີນແຈ້ງໃຫ້ຮູ້ວ່າ: 6 ເດືອນຕົ້ນປີນີ້, ການນໍາເຂົ້າ-ສົ່ງອອກດ້ານການຄ້າເອເລັກໂຕຣນິກຂ້າມຊາດຂອງຈີນໄດ້ບັນລຸເຖິງ 1,220 ຕື້ຢວນ, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ການຄ້າເອເລັກໂຕຣນິກຂ້າມຊາດໄດ້ກາຍເປັນແຮງຂັບເຄື່ອນໃໝ່ກໍຄືຊ່ອງທາງການແຂ່ງຂັນໃໝ່ໃນການຫັນປ່ຽນໂຄງປະກອບ ແລະ ຍົກລະດັບການພັດທະນາການຄ້າຕ່າງປະເທດຂອງຈີນ.


   ອີງຕາມຕົວເລກຂໍ້ມູນຂອງດ່ານພາສີແຈ້ງໃຫ້ຮູ້ວ່າ: ບໍລິສັດການຄ້າເອເລັກໂຕຣນິກຂ້າມຊາດຂອງຈີນມີຫຼາຍກວ່າ 120.000 ແຫ່ງ, ໂດຍໄດ້ລົງທະບຽນເຄື່ອງໝາຍສິນຄ້າຫຼາຍກວ່າ 30.000 ອັນຢູ່ຕ່າງປະເທດ. ໃນຮອບ 5 ປີຜ່ານມາຂະໜາດການຄ້າເອເລັກໂຕຣນິກຂ້າມຊາດຂອງຈີນໄດ້ເພີ່ມຂຶ້ນຫຼາຍກວ່າ 10 ເທົ່າ. ການນໍາເຂົ້າ-ສົ່ງອອກດ້ານການຄ້າເອເລັກໂຕຣນິກຂ້າມຊາດຂອງຈີນຈາກ1,060 ຕື້ຢວນໃນປີ 2018 ໄດ້ເພີ່ມຂຶ້ນເປັນ 2,380 ຕື້ຢວນໃນປີ 2023, ໂດຍໄດ້ເພີ່ມຂຶ້ນ 1,2 ເທົ່າ. ນອກນີ້, ປີ 2023, ສິນຄ້າ ແລະ ວັດຖຸພັນຂອງການຄ້າເອເລັກໂຕຣນິກຂ້າມຊາດທີ່ດ່ານພາສີໄດ້ຕິດຕາມ ແລະ ຄຸ້ມຄອງມີເຖິງ 7 ຕື້ກວ່າອັນ, ໂດຍສະເລ່ຍແລ້ວມີປະມານ 20 ລ້ານອັນຕໍ່ມື້.