ການຮ່ວມມືລະຫວ່າງເຂດກວາງຊີຈີນ-ບຣູໄນຊຸກຍູ້ການເຊື່ອມໂຍງດ້ານອຸດສາຫະກໍາຢູ່ພາກພື້ນອາຊຽນ

2024-08-27 11:31:56 CRI

 

   ຄະນະກໍາມະການວຽກງານປະສົມແລວເສດຖະກິດເຂດປົກຄອງຕົນເອງເຜົ່າ ຈວ້າງກວາງຊີຈີນ-ບຣູໄນໄດ້ຈັດກອງປະຊຸມຢູ່ບຣູໄນໃນວັນທີ 25 ສິງຫານີ້, ຜູ້ຕາງໜ້າເກືອບ 100 ຄົນຂອງສອງປະເທດໄດ້ເຂົ້າຮ່ວມກອງປະຊຸມ ໂດຍໄດ້ເປິກສາຫາລືການເພີ່ມທະວີການເຊື່ອມໂຍງດ້ານອຸດສາຫະກໍາຢ່າງຕັ້ງໜ້າ ເພື່ອຊຸກຍູ້ການຮ່ວມມືລະຫວ່າງຈີນ-ເຂດເຕີບໂຕທາງພາກຕາເວັນອອກຂອງອາຊຽນຂອງບຣູໄນ-ອິນໂດເນເຊຍ-ມາເລເຊຍ-ຟິລິບປິນ ຫຼື BIMP-EAGA.

   ປີ 2024 ເປັນປີຄົບຮອບ 10 ປີແຫ່ງການສ້າງແລວເສດຖະກິດເຂດກວາງຊີ-ບຣູໄນ. ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການເງິນ ແລະ ເສດຖະກິດບຣູໄນກ່າວວ່າ: ຫວັງວ່າຈະມີວິສາຫະກິດຈີນເຂົ້າມາຊອກຫາໂອກາດການຄ້າຢູ່ບຣູໄນຫຼາຍກວ່າເກົ່າ, ບຣູໄນຄອງຄອຍຈະດໍາເນີນການຮ່ວມມືທີ່ແໜ້ນແຟ້ນກວ່າເກົ່າກັບເຂດກວາງຊີຈີນ. ການສ້າງແລວເສດຖະກິດເຂດກວາງຊີ-ບຣູໄນຈະສືບຕໍ່ເສີມຂະຫຍາຍບົດບາດທີ່ເປັນເວທີອັນສໍາຄັນເຂົ້າໃນການຮ່ວມມືລະຫວ່າງບຣູໄນ-ຈີນໃນອະນາຄົດ.

   ໃນຊຸມປີມໍ່ໆມານີ້, ການຮ່ວມມືລະຫວ່າງເຂດກວາງຊີ-ອາຊຽນໄດ້ລົງສູ່ລວງເລິກຢ່າງຕໍ່ເນື່ອງ, ປັດຈຸບັນອ່າວເປີຍປູ້ເຂດກວາງຊີຈີນໄດ້ມີການຮ່ວມມືກັບທ່າກໍາປັ່ນສໍາຄັນທັງໝົດຂອງອາຊຽນແລ້ວ. ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງເຂດກວາງຊີ-ເຂດເຕີບໂຕ BIMP-EAGA ໄດ້ສ້າງໃຫ້ມີຕ່ອງໂສ້ຂ້າມຊາດໃນອຸດສາຫະກໍາຕ່າງໆ ເຊັ່ນ: ການຜະລິດລົດຍົນ, ນ້ຳມັນເຊື້ອໄຟ-ເຄມີ ແລະ ການຜະລິດອາຫານທີ່ມີເອກະລັກ ເປັນຕົ້ນ.