ຈີນຍິນດີຮ່ວມມືກັບອາຟຣິກາເພື່ອຊຸກຍູ້ຂະບວນການຫຼຸດຜ່ອນຄວາມທຸກຍາກ

2024-08-27 09:53:57 cri

ວັນທີ 26 ສິງຫານີ້, ທ່ານ ລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ.


ໃນເວລາຕອບຄຳຖາມນັກຂ່າວ ກ່ຽວກັບການຮ່ວມມືຫຼຸດຜ່ອນຄວາມທຸກຍາກລະຫວ່າງຈີນກັບອາຟຣິກາ, ທ່ານ ລິນຈ້ຽນ ຕອບວ່າ: ການແກ້ໄຂຄວາມທຸກຍາກ ແມ່ນພາລະກຳຮ່ວມຂອງມວນມະນຸດ ທັງແມ່ນຄວາມປາດຖະໜາຮ່ວມຂອງປະຊາຊົນອາຟຣິກາ. ໃນຫຼາຍປີຜ່ານມານີ້, ການຫຼຸດຜ່ອນຄວາມທຸກຍາກແມ່ນພາກສ່ວນສຳຄັນຂອງການຮ່ວມມື ລະຫວ່າງຈີນກັບອາຟຣິກາ  ຢ່າງສະເໝີຕົ້ນສະເໝີປາຍ. ໂດຍນຳໃຊ້ທັດສະນະທີ່ວ່າ “ແທ້ຈິງ, ສະໜິດສະໜົມ ແລະ ຈິງໃຈ” ແລະ ທັດສະນະທີ່ຖືກຕ້ອງກ່ຽວກັບຄວາມເປັນທຳ ແລະ ຜົນປະໂຫຍດ, ພວກເຮົາໄດ້ດຳເນີນການແລກປ່ຽນ ແລະ ຮ່ວມມືກັນເພື່ອຫຼຸດຜ່ອນຄວາມທຸກຍາກ ພາຍໃຕ້ຂອບການຮ່ວມມືຈີນ-ອາຟຣິກາ ເຊິ່ງໄດ້ຮັບປະສິດທິຜົນຢ່າງພົ້ນເດັ່ນ.


ທ່ານ ລິນຈ້ຽນ ກ່າວຕື່ມວ່າ: ນັບແຕ່ໃດໆມາ, ຈີນແມ່ນຜູ້ຊຸກຍູ້ທີ່ແຂງແຮງໃຫ້ອາຟຣິກາຄົ້ນຫາເສັ້ນທາງໃໝ່ແຫ່ງຄວາມທັນສະໄໝ ແລະ ແມ່ນຜູ້ປະກອບສ່ວນທີ່ສຳຄັນເຂົ້າໃນການບຸກເບີກເສັ້ນທາງໃໝ່ໃນການຫຼຸດຜ່ອນຄວາມທຸກຍາກ, ພວກເຮົາຍິນດີຖືເອົາກອງປະຊຸມສຸດຍອດ 2024 ຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາທີ່ໃກ້ຈະຈັດຂຶ້ນນັ້ນເປັນກາລະໂອກາດ, ສືບຕໍ່ເກາະແຂນກັນກັບອາຟຣິກາເພື່ອຊຸກຍູ້ຂະບວນການຫຼຸດຜ່ອນຄວາມທຸກຍາກ ພ້ອມທັງສ້າງອະນາຄົດທີ່ສົດໃສກວ່າເກົ່າໃຫ້ແກ່ປະຊາຊົນອາຟຣິກາ.