ລັດຖະມົນຕີການຕ່າງປະເທດຈີນ-ລາວ-ໄທ-ມຽນມາພົບປະແບບບໍ່ເປັນທາງການເພື່ອຫາລືຫຼາຍບັນຫາ

2024-08-27 10:27:02 CRI

 

   ທ່ານ ລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວເມື່ອວັນທີ 26 ສິງຫານີ້.

   ໃນເວລາແນະນໍາສະພາບການກ່ຽວກັບການພົບປະແບບບໍ່ເປັນທາງການລະ ຫວ່າງລັດຖະມົນຕີກະຊວງການຕ່າງປະເທດຈີນ-ລາວ-ໄທ-ມຽນມາ, ທ່ານ ລິນຈ້ຽນ ກ່າວວ່າ: ຫວ່າງມໍ່ໆມານີ້, ລັດຖະມົນຕີການຕ່າງປະເທດຈີນ-ລາວ-ໄທ-ມຽນມາ ໄດ້ພົບປະແບບບໍ່ເປັນທາງການຢູ່ແຂວງຊຽງໃໝ່ຂອງໄທ, ໂດຍໄດ້ເປິກສາຫາລືບັນຫາອາຊະຍາກໍາຂ້າມຊາດ. ຝ່າຍຕ່າງໆໄດ້ເຫັນດີເປັນເອກະພາບກັນວ່າ: ບົນພື້ນຖານຜົນງານແຫ່ງການຮ່ວມກັນຕ້ານອາຊະຍາກໍາຂ້າມຊາດໃນໄລຍະກ່ອນໜ້ານີ້, 4 ຝ່າຍຈະເພີ່ມທະວີການຮ່ວມມື, ປະສານງານຢ່າງໃກ້ຊິດ, ເພີ່ມທະວີການຕ້ານອາຊະຍາກໍາຕ່າງໆ ເຊັ່ນ: ຫຼິ້ນການພະນັນທາງອິນເຕີເນັດ, ການສໍ້ໂກງຊັບທາງໂທລະຄົມ, ການຄ້າຢາເສບຕິດ ແລະ ການຄ້າມະນຸດ ເປັນຕົ້ນ ເພື່ອຮ່ວມກັນປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບຂອງພາກພື້ນ.