ກອງທັບຈີນຊ້ອມຮົບຢູ່ເບື້ອງຈີນຕາມເສັ້ນຊາຍແດນຈີນ-ມຽນມາ

2024-08-27 10:00:24 cri

ທ່ານພັນເອກພິເສດ ທຽນຫຼີຈວິ່ນ ໂຄສົກເຂດທະຫານພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນກ່າວວ່າ: ເລີ່ມແຕ່ວັນທີ 27 ສິງຫານີ້ເປັນຕົ້ນໄປ, ເຂດທະຫານພາກໃຕ້ກອງທັບປົດປ່ອຍປະຊາຊົນໄດ້ຈັດຕັ້ງກອງທະຫານບົກ ແລະ ອາກາດ ຈັດການຊ້ອມຮົບແບບປະສົມດ້ວຍທະຫານແທ້ ແລະ ລູກປືນຈິງ ຢູ່ເບື້ອງຈີນຕາມເສັ້ນຊາຍແດນຈີນ-ມຽນມາ ເພື່ອກວດສອບຄວາມສາມາດດ້ານການສອດແນມ, ເຕືອນໄພລ່ວງໜ້າ, ອັດຕັນໃນສາມມິຕິ ແລະ ໂຈມຕີດ້ວຍອາວຸດຍຸດໂທປະກອນຂອງກອງທະຫານໃນເຂດທະຫານຕົນ. ກອງທະຫານຂອງເຂດທະຫານພາກໃຕ້ຈະກຽມພ້ອມຢູ່ທຸກເວລາເພື່ອຮັບມືກັບສະພາບສຸກເສີນທຸກປະເພດ, ເດັດດ່ຽວປົກປັກຮັກສາອະທິປະໄຕຂອງຊາດ ສະຖຽນລະພາບຢູ່ເຂດຊາຍແດນ ລວມທັງ ຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ.