ການຄ້າຂາຍສິນຄ້າປອດພາສີເມື່ອອອກຈາກເກາະໄຫຫຼຳມີມູນຄ່າຫຼາຍກວ່າ 3,5 ຕື້ຢວນ

2024-08-28 11:18:19 cri

ອີງຕາມຕົວເລກສະຖິຕິຂອງດ່ານພາສີໄຫໂຂ້ວແຂວງໄຫຫຼຳຈີນໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ກໍລະກົດຫາວັນທີ 25 ສິງຫາປີນີ້, ຮ້ານຄ້າປອດພາສີສຳລັບຜູ້ໂດຍສານທີ່ອອກຈາກເກາະໄຫຫຼຳ 12 ແຫ່ງຢູ່ແຂວງໄຫຫຼຳ ໄດ້ຂາຍສິນຄ້າປອດພາສີບັນລຸເຖິງ 3,51 ຕື້ຢວນ, ຈຳນວນຜູ້ບໍລິໂພກມີເຖິງ 612.000 ເທື່ອຄົນ, ໃນນັ້ນ ມູນຄ່າຊື້ສິນຄ້າທີ່ຜູ້ໂດຍສານຊື້ແບບຈ່າຍເງິນແລ້ວເອົາສິນຄ້າໄປນຳເລີຍ ມີເຖິງ 365 ລ້ານຢວນ.



ວັນທີ 1 ກໍລະກົດແລ້ວນີ້, ເທດສະການຊື້ສິນຄ້າປອດພາສີເມື່ອອອກຈາກເກາະໄຫຫຼຳຄັ້ງທີ 3 ປີ2024 ແລະ ເທດສະການຊື້ສິນຄ້າປອດພາສີໄຫຫຼຳຂອງກຸ່ມບໍລິສັດສິນຄ້າປອດພາສີຈີນ ຫຼື CDF ໄດ້ຈັດຂຶ້ນໃນໄລຍະພັກຮຽນລະດູແລ້ງເປັນເວລາ 2 ເດືອນ. ຂະນະທີ່ພະແນກການຄ້າແຂວງໄຫຫຼຳໄດ້ຈັດກິດຈະກຳຫຼຸດລາຄາສິນຄ້າຕ່າງໆໃນທ້າຍເດືອນສິງຫານີ້ ເຊັ່ນ: ການແຈກຄູປອງຊື້ສິນຄ້າປອດພາສີເມື່ອອອກຈາກເກາະໄຫຫຼຳເປັນຕົ້ນ, ໄດ້ຕອບສະໜອງຄວາມຕ້ອງການໃນການຊື້ສິນຄ້າປອດພາສີຂອງຜູ້ບໍລິໂພກຢ່າງຮອບດ້ານແລະມີຫຼາຍລະດັບ.