ຈີນຈະສືບຕໍ່ສະໜັບສະໜູນປາແລັດສະຕິນຊຸກຍູ້ການເຄື່ອນໄຫວຕ້ານການກໍ່ການຮ້າຍຢ່າງເດັດດ່ຽວ

2024-08-28 10:47:41 cri

ວັນທີ 27 ສິງຫານີ້, ທ່ານຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນເດັດດ່ຽວຄັດຄ້ານລັດທິກໍ່ການຮ້າຍທຸກຮູບແບບ, ຈະສືບຕໍ່ສະໜັບສະໜູນປາແລັດສະຕິນຊຸກຍູ້ການເຄື່ອນໄຫວຕ້ານການກໍ່ການຮ້າຍຢ່າງເດັດດ່ຽວ.

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານຫຼິນຈ້ຽນໄດ້ຕອບຄຳຖາມກ່ຽວກັບເຫດການໂຈມຕີແບບກໍ່ການຮ້າຍທີ່ເກີດຂຶ້ນຢູ່ແຂວງບາໂລຊິສຕັນປະເທດປາແລັດສະຕິນ. ທ່ານຫຼິນຈ້ຽນກ່າວວ່າ: ຈີນກ່າວປະນາມຢ່າງຮຸນແຮງຕໍ່ເຫດການ ໂຈມຕີແບບກໍ່ການຮ້າຍ ແລະຂໍສະແດງຄວາມໄວ້ອາໄລຢ່າງສຸດຊຊຶ້ງເຖິງຜູ້ປະສົບເຄາະຮ້າຍ. ຈີນເດັດດ່ຽວຄັດຄ້ານລັດທິກໍ່ການຮ້າຍທຸກຮູບແບບ, ຈະສືບຕໍ່ສະໜັບສະໜູນປາແລັດສະຕິນຊຸກຍູ້ການເຄື່ອນໄຫວຕ້ານການກໍ່ການຮ້າຍຢ່າງເດັດດ່ຽວ ເພື່ອປົກປັກຮັກສາຄວາມສາມັກຄີແລະສະຖຽນລະພາບສັງຄົມ ແລະ ປົກປ້ອງຄວາມປອດໄພຂອງປະຊາຊົນ. ຈີນຍິນດີຮ່ວມກັບປາແລັດສະຕິນເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງແລະການຕ້ານການກໍ່ການຮ້າຍຕື່ມອີກ, ຮ່ວມກັນປົກປັກຮັກສາສັນຕະພາບແລະຄວາມໝັ້ນຄົງຂອງພາກພື້ນ.