ຈິນ-ອາເມຣິກາສົນທະນາທາງຍຸດທະສາດຮອບໃໝ່ຢູ່ປັກກິ່ງ

2024-08-28 10:15:26 CRI

 

   ວັນທີ 27 ສິງຫານີ້ຢູ່ນະຄອນຫຼວງປັກກິ່ງ, ທ່ານ ຫວາງຢີ້ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນ ແລະ ທ່ານ ແຈັກ ຊູລິແວນ ຜູ້ຊ່ວຍວຽກດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາໄດ້ຈັດການສົນທະນາທາງຍຸດທະສາດຮອບໃໝ່.

   ໃນໂອກາດນີ້, ທ່ານ ຫວາງຢີ້ ຢືນຢັນວ່າ: ການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດທີ່ບັນລຸໄດ້ໃນການພົບປະກັນທີ່ນະຄອນຊານຟຣານຊິສໂກເປັນໜ້າທີ່ຮ່ວມຂອງສອງປະເທດຈີນ-ອາເມຣິກາ, ທັງເປັນເປົ້າໝາຍຫຼັກໃນການສົນທະນາທາງຍຸດທະສາດຮອບນີ້. ການສົນທະນາຮອບນີ້ຄວນຈະມີລັກສະນະສ້າງສັນຫຼາຍກວ່າເກົ່າ ເພື່ອຊຸກຍູ້ສາຍພົວພັນລະຫວ່າງຈີນ-ອາເມຣິກາຜ່ານຜ່າສິ່ງລົບກວນ ແລະ ຄວາມຫຍຸ້ງຍາກຕ່າງໆໃຫ້ມຸ່ງໜ້າໄປສູ່ວິໄສທັດຊານຟຣານຊິສໂກ ແລະ ບັນລຸການພັດທະນາຢ່າງໝັ້ນທ່ຽງ, ປອດໃສ ແລະ ຍືນຍົງຢ່າງແທ້ຈິງ.

   ທ່ານ ຊູລິແວນ ກ່າວວ່າ: ຄັ້ງນີ້ແມ່ນເທື່ອທໍາທິດທີ່ຂ້າພະເຈົ້າມາຢ້ຽມຢາມຈີນໃນນາມເປັນຜູ້ຊ່ວຍວຽກດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາ, ຂອບໃຈນໍາຝ່າຍຈີນໄດ້ຈັດສັນຢ່າງຮອບຄອບ. ຂ້າພະເຈົ້າຄອງຄອຍຈະຜ່ານການສົນທະນາທາງຍຸດທະສາດຮອບນີ້, ສົນທະນາກ່ຽວກັບຫົວຂໍ້ຕ່າງໆກັບຝ່າຍຈີນຢ່າງມີຜົນສໍາເລັດອັນອຸດົມສົມບູນ ເພື່ອຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດ.