ສິບສອງພັ່ນນາແຂວງຢູນນານຈີນປົກປ້ອງຝູງຊ້າງອາຊີຈຳນວນ 42 ເຊືອກທີ່ເຄື່ອນໄຫວຢູ່ນອກເຂດສະຫງວນທຳມະຊາດໃຫ້ປອດໄພທັງຄົນແລະຊ້າງ

2024-08-28 11:21:16 cri

ຫວ່າງມໍ່ໆມານີ້, ຢູ່ເມືອງຫຼ້າກິ່ງແຂວງປົກຄອງຕົນເອງເຜົ່າລືສິບສອງພັ່ນນາແຂວງຢູນນານຈີນ ຝູງຊ້າງອາຊີຈຳນວນ42ເຊືອກໄດ້ອອກໄປນອກເຂດສະຫງວນທຳມະຊາດ ເຊິ່ງພາໃຫ້ທ້ອງຖິ່ນມີຄວາມເປັນຫ່ວງ.

ພາຍຫຼັງໄດ້ຮັບການລາຍງານແລ້ວ, ເຈົ້າໜ້າທີ່ຕຳຫຼວດໄດ້ຮີບຮ້ອນເດີນທາງໄປອົບພະຍົບປະຊາຊົນຢູ່ບໍລິເວນອ້ອມຂ້າງທັນທີ, ພ້ອມທັງຕິດຕໍ່ຫາພະນັກງານຕິດຕາມຊ້າງປ່າຂອງທ້ອງຖິ່ນ ໂດຍນຳໃຊ້ເຮືອບິນບໍ່ມີຄົນຂັບຫຼືໂດຣນຕິດຕາມສະພາບການເຄື່ອນໄຫວຂອງຝູງຊ້າງຢູ່ທຸກເວລາ. ອີງຕາມຜົນການຕິດຕາມສະແດງໃຫ້ເຫັນວ່າ: ຊ້າງຝູງນີ້ປະກອບມີຊ້າງອາຊີຈຳນວນ 42 ເຊືອກ, ບາງເຊືອກກຳລັງຊອກຫາກິນ, ບາງເຊືອກກຳລັງຢອກຫຼິ້ນນຳກັນ ໂດຍໄດ້ເຄື່ອນໄຫວຢ່າງສະບາຍພາຍໃຕ້ການເຝົ້າຮັກສາຈາກຝ່າຍຕ່າງໆຢ່າງໃກ້ຊິດ.

ຫຼັງຈາກເຄື່ອນໄຫວຊອກຫາກິນ ຢອກຫຼິ້ນນຳກັນ ແລະອື່ນໆແລ້ວ, ຝູງຊ້າງອາຊີຈຳນວນ 42 ເຊືອກໄດ້ກັບຄືນສູ່ເຂດສະຫງວນທຳມະຊາດຢ່າງປອດໄພ.