ຈີນຍິນດີຮ່ວມກັບປະຊາຄົມໂລກສ້າງຄວາມຜາສຸກໃຫ້ແກ່ປະຊາຊົນອາຟຣິກາ

2024-08-29 10:56:42 CRI

   ທ່ານ ຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວເມື່ອວັນທີ 28 ສິງຫານີ້.

   ໃນເວລາຕອບຄໍາຖາມຂອງນັກຂ່າວກ່ຽວກັບການຮ່ວມມືລະຫວ່າງຈີນ-ອາຟຣິກາ, ທ່ານ ຫຼິນຈ້ຽນ ຢືນຢັນວ່າ: ການສະໜັບສະໜູນການພັດທະນາຂອງອາຟຣິກາເປັນໜ້າທີ່ຮ່ວມຂອງປະຊາຄົມໂລກ. ຈີນບໍ່ເຄີຍສະແຫວງຫາເພື່ອເອົາ “ຊະນະໃຈປະເທດເຂດໂລກໃຕ້” ມາແຕ່ໃດໆ, ຫາກແມ່ນສຸມໃສ່ສະໜັບສະໜູນປະເທດເຂດໂລກໃຕ້ເຊິ່ງລວມທັງປະເທດໃນອາຟຣິກາທີ່ເປັນຄູ່ຮ່ວມນັ້ນໃຫ້ບັນລຸການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຢ່າງແທ້ຈິງ. ນອກນີ້, ຈີນບໍ່ຫຼິ້ນເກມດ້ານພູມສາດການເມືອງຢູ່ອາຟຣິກາ, ຫາກຍິນດີເຫັນປະເທດຕ່າງໆຮ່ວມກັນປະກອບສ່ວນຢ່າງແທ້ຈິງເຂົ້າໃນການພັດທະນາອາຟຣິກາ. ຈີນຍິນດີຕໍ່ປະເທດອື່ນໆຈະເພີ່ມຄວາມເອົາໃຈໃສ່ ແລະ ການລົງທຶນຕໍ່ອາຟຣິກາຄືກັບຈີນ ແລະ ຈະມີທັດສະນະທ່າທີເປີດກວ້າງຕໍ່ສາຍພົວພັນກໍຄືການຮ່ວມມືລະຫວ່າງຈີນ-ອາຟຣິກາ. ນອກນັ້ນ, ຈີນຍິນດີດໍາເນີນການຮ່ວມມືລະຫວ່າງສາມຝ່າຍ ແລະ ຫຼາຍຝ່າຍບົນພື້ນຖານເຄົາລົບຄວາມມຸ່ງມາດປາດຖະໜາຂອງອາຟຣິກາ. ຈີນຍິນດີຮ່ວມກັບປະຊາຄົມໂລກ, ຮ່ວມກັນຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງອາຟຣິກາ ແລະ ຮ່ວມກັນສ້າງຄວາມຜາສຸກໃຫ້ແກ່ປະຊາຊົນອາຟຣິກາ.