ຜູ້ໃຊ້ອິນເຕີເນັດຂອງຈີນມີເກືອບຮອດ 1,1 ຕື້ຄົນ, ອັດຕາຜູ້ໃຊ້ອິນເຕີເນັດກວມເຖິງ 78%

2024-08-29 16:05:31 cri


ວັນທີ 29 ສິງຫານີ້, ສູນຂໍ້ມູນຂ່າວສານອິນເຕີເນັດຈີນໄດ້ເຜີຍແຜ່ “ບົດລາຍງານສະຖິຕິສະພາບການພັດທະນາອິນເຕີເນັດຈີນ” ສະບັບທີ 54. ບົດລາຍງານສະແດງໃຫ້ເຫັນວ່າ: ນັບມາຮອດເດືອນມິຖຸນາປີ 2024, ຜູ້ໃຊ້ອິນເຕີເນັດຂອງຈີນມີເຖິງ 1 ຕື້ 99.670.000 ຄົນ, ເມື່ອທຽບໃສ່ເດືອນທັນວາປີ 2023 ໄດ້ເພີ່ມຂຶ້ນ 7.420.000 ຄົນ, ອັດຕາຜູ້ໃຊ້ອິນເຕີເນັດໄດ້ກວມເຖິງ 78%.