ຈັດການສົນທະນາທາງຍຸດທະສາດຈີນ-ອາເມຣິກາຮອບໃໝ່ຢູ່ນະຄອນຫຼວງປັກກິ່ງ

2024-08-29 12:11:11 cri



   ລະຫວ່າງວັນທີ 27-28ສິງຫານີ້, ຢູ່ນະຄອນຫຼວງປັກກິ່ງປະເທດຈີນ, ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດຂອງສູນກາງພັກຄອມມູນິດຈີນ ໄດ້ຮ່ວມກັບທ່ານ ແຈັກ ຊູລິແວນ ຜູ້ຊ່ວຍວຽກຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາຈັດການສົນທະນາທາງຍຸດທະສາດຈີນ-ອາເມຣິກາຮອບໃໝ່.

   ໂອກາດດັ່ງກ່າວ, ທ່ານຫວາງຢີ້ໄດ້ສະເໜີນ5ຂໍ້ສະເໜີກ່ຽວກັບການແກ້ໄຂບັນຫາການພົວພັນຈີນ-ອາເມຣິກາຢ່າງຖືກຕ້ອງຄື ໜຶ່ງແມ່ນການພົວພັນຈີນ-ອາເມຣິກາຄວນຮັກສາທິດທາງທີ່ຖືກຕ້ອງ; ສອງແມ່ນ ສອງປະເທດຈີນ-ອາເມຣິກາຄວນຫຼີກເວັ້ນການປະທະກັນ ແລະ ການເປັນປໍລະປັກກັນ; ສາມແມ່ນ ການແລກປ່ຽນລະຫວ່າງຈີນ-ອາເມຣິກາຄວນດຳເນີນໄປດ້ວຍດີ; ສີ່ແມ່ນການພົວພັນຈີນ-ອາເມຣິກາຄວນກ້າວໄປໄກຢ່າງໝັ້ນທ່ຽງ; ຫ້າແມ່ນສອງຝ່າຍຈີນ-ອາເມຣິກາຄວນບັນລຸການຢູ່ຮ່ວມກັນໂດຍສັນຕິ.

   ທ່ານຫວາງຢີ້ຍັງເນັ້ນໜັກວ່າ: ໄຕ້ຫວັນເປັນຂອງຈີນ, ຈີນຕ້ອງເຕົ້າໂຮມປະເທດຊາດເຂົ້າເປັນເອກະພາບແນ່ນອນ. ຝ່າຍອາເມຣິກາຄວນຍຸດຕິການກົດໜີບຈີນໃນຂົງເຂດເສດຖະກິດການຄ້າ ແລະ ວິທະຍາສາດເຕັກໂນໂລຊີ, ຍຸດຕິການທຳລາຍຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງຝ່າຍຈີນ. ຄວນປົກປັກຮັກສາຄວາມເຂັ້ມງວດ ແລະ ຄວາມສັກສິດຂອງຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້. ອາເມຣິກາຕ້ອງບໍ່ສະໜັບສະໜູນ ແລະ ປ່ອຍປະໃຫ້ຟີລິບປິນທຳລາຍຄວາມເຂັ້ມງວດ ແລະ ຄວາມສັກສິດຂອງຖະແຫຼງການດັ່ງກ່າວ.

ທ່ານຊູລິແວນກ່າວຢືນຢັນວ່າ: ອາເມຣິກາ ແລະ ຈີນຈະຢູ່ຮ່ວມກັນໂດຍສັນຕິຢ່າງຖາວອນຢູ່ໃນໂລກໜ່ວຍນີ້, ເປົ້າໝາຍນະໂຍບາຍຂອງອາເມຣິກາແມ່ນເພື່ອຊອກເຫັນວິທີທີ່ເຮັດໃຫ້ການພົວພັນອາເມຣິກາ-ຈີນພັດທະນາແບບຍືນຍົງ. ອາເມຣິກາຍິນດີຮ່ວມກັບຈີນສືບຕໍ່ຮັກສາການສົນທະນາທາງຍຸດທະສາດ, ເພີ່ມຄວາມເຂົ້າໃຈກັນ, ຫຼຸດຜ່ອນຄວາມເຂົ້າໃຈຜິດ ແລະ ການຕີລາຄາຢ່າງຜິດພາດ.