ໃນ 7 ເດືອນປີນີ້, ມູນຄ່າການຄ້າລະຫວ່າງຈີນກັບອາຟຣິກາໄດ້ບັນລຸເຖິງ 1.190 ຕື້ຢວນ

2024-08-29 16:06:56 cri

ອີງຕາມຕົວເລກຂໍ້ມູນຂອງອົງການພາສີຈີນແຈ້ງໃຫ້ຮູ້ວ່າ: ໃນ 7 ເດືອນປີນີ້, ມູນຄ່າການຄ້າລະຫວ່າງຈີນກັບອາຟຣິກາໄດ້ບັນລຸເຖິງ 1190 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍໄດ້ເພີ່ມຂຶ້ນ 5,5%. ປີ 2023 ຜ່ານມາ, ມູນຄ່າການຄ້າລະຫວ່າງຈີນກັບອາຟຣິກາໄດ້ບັນລຸເຖິງ 282,1 ຕື້ໂດລາສະຫະລັດ, ສ້າງສະຖິຕິສູງສຸດໃນປະຫວັດສາດ, ທຽບໃສ່ໄລຍະດຽວກັນຂອງປີ 2022 ໄດ້ເພີ່ມຂຶ້ນ 1,5%. ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຟຣິກາມາເປັນເວລາ 15 ປີລຽນຕິດ.

ທ່ານລວີຕ້າລຽງ ຫົວໜ້າກົມວິເຄາະສະຖິຕິຂອງອົງການພາສີຈີນກ່າວວ່າ:  ໃນ 7 ເດືອນປີນີ້, ມູນຄ່າການຄ້າຜະລິດຕະພັນທີ່ໃຊ້ໃນການຜະລິດອື່ນໆລະຫວ່າງຈີນກັບອາຟຣິກາໄດ້ເພີ່ມຂຶ້ນ 6,4%, ໄດ້ກວມຍອດມູນຄ່າການຄ້າລະຫວ່າງຈີນກັບອາຟຣິກາ 68%, ໄດ້ຊ່ວຍຊຸກຍູ້ຂະບວນການຫັນເປັນອຸດສາຫະກຳ ແລະ ເສດຖະກິດມີຫຼາຍຮູບແບບຂອງອາຟຣິກາ.

ກອງປະຊຸມສຸດຍອດເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ 2024 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ການຮ່ວມມືເສດຖະກິດການຄ້າລະຫວ່າງສອງຝ່າຍມີຄວາມຫວັງຈະລົງເລິກຕື່ມອີກ.