ງານສັບປະດາພາບແລະສຽງຈີນ-ອາຊຽນຈະຈັດກອງປະຊຸມນັກລົງທຶນອຸດສາຫະກຳພາບແລະສຽງເປັນຄັ້ງທຳອິດ

2024-08-29 16:01:50 cri

ວັນທີ 28 ສິງຫານີ້, ຝ່າຍທາງການເຂດປົກຄອງຕົນເອງເຜົ່າຈ້ວາງກວາງຊີຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍແຈ້ງໃຫ້ຮູ້ວ່າ: ງານສັບປະດາພາບແລະສຽງຈີນ-ອາຊຽນຄັ້ງທີ 6 ຈະຈັດຂຶ້ນໃນລະຫວ່າງວັນທີ 10-16 ກັນຍາໜ້ານີ້ຢູ່ນະຄອນນານໜິງເຂດປົກຄອງຕົນເອງເຜົ່າຈ້ວາງກວາງຊີ. ງານສັບປະດາຄັ້ງນີ້ຈະຈັດກອງປະຊຸມນັກລົງທຶນອຸດສາຫະກຳພາບແລະສຽງຈີນ-ອາຊຽນເປັນຄັ້ງທຳອິດ ເພື່ອພະຍາຍາມສ້າງເວທີ ທີ່ເຊື່ອມດ້ານວຽກງານການລົງທຶນແລະການລະດົມທຶນຕໍ່ອຸດສາຫະກຳພາບແລະສຽງຈີນ-ອາຊຽນໃຫ້ເປັນປົກກະຕິ, ເພື່ອຊຸກຍູ້ການພັດທະນາການຮ່ວມມືດ້ານອຸດສາຫະກຳພາບແລະສຽງລະຫວ່າງສອງຝ່າຍ.

ງານສັບປະດາພາບແລະສຽງຄັ້ງນີ້ຈະເຊື້ອເຊີນໃຫ້ປະເທດຫວຽດນາມເປັນປະເທດກິຕິມະສັກ ແລະຈະເປີດງານຢູ່ນະຄອນໜານໜິງໃນວັນທີ 10 ກັນຍາໜ້ານີ້ ພາຍໃຕ້ຫົວຂໍ້ຫຼັກ: “ຮ່ວມກັນຊົມໃຊ້ໂອກາດໃໝ່ຈາກການແລກປ່ຽນວັດທະນະທຳ, ຮ່ວມກັນສ້າງອະນາຄົດໃໝ່ຂອງການຮ່ວມມືດ້ານພາບແລະສຽງ” ໂດຍຈະເນັ້ນການຮ່ວມມືດ້ານອຸດສາຫະກຳ, ສຸມໃສ່ຮູບແບບສື່ໃໝ່, ສະແດງໃຫ້ເຫັນເຖິງຜົນສຳເລັດອັນອຸດົມສົມບຸນຂອງຈີນແລະອາຊຽນໃນການລົງເລິກການຮ່ວມມືດ້ານວິທະຍຸແລະໂທລະພາບຢ່າງຮອບດ້ານ, ຕັ້ງໜ້າຄົ້ນຄວ້າຫາລືແລະຈ້ອງມອງເບິ່ງການຮ່ວມມືແລະການພັດທະນາໃນອະນາຄົດ.