ຈັດກອງປະຊຸມຄວາມສິວິໄລດ້ານອິນເຕີເນັດຈີນ2024ຢູ່ນະຄອນເສີງຕູ່

2024-08-29 12:13:22 cri



ວັນທີ28ສິງຫານີ້, ກອງປະຊຸມຄວາມສິວິໄລດ້ານອິນເຕີເນັດຈີນ2024ພາຍໃຕ້ຫົວຂໍ້ “ເຊີດຊູຈິດໃຈຍຸກສະໄໝເພື່ອຮ່ວມກັນສ້າງຄວາມສິວິໄລດ້ານອິນເຕີເນັດ”ໄດ້ຈັດຂຶ້ນຢູ່ນະຄອນເສີງຕູ່ແຂວງເສສວນຈີນ.



ບັນດາແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມໄດ້ກ່າວຢືນຢັນວ່າ ຄວນຍຶດໝັ້ນຖືເອົາແນວຄິດສີຈິ້ນຜິງດ້ານວັດທະນະທຳ ແລະ ແນວຄິດສຳຄັນຂອງທ່ານສີຈິ້ນຜິງກ່ຽວກັບການສ້າງສາປະເທດເຂັ້ມແຂງດ້ານອິນເຕີເນັດນັ້ນເປັນທິດຊີ້ນຳ, ກຳແໜ້ນທິດທາງທີ່ຖືກຕ້ອງແຫ່ງການສ້າງຄວາມສິວິໄລດ້ານອິນເຕີເນັດ, ພັດທະນາວັດທະນະທຳອິນເຕີເນັດທີ່ຕັ້ງໜ້າ ແລະ ປອດໃສຢ່າງບໍ່ຢຸດຢັ້ງ, ບູລະນະກົນໄກວຽກງານສ້າງຄວາມສິວິໄລດ້ານອິນເຕີເນັດໃຫ້ສົມບູນ, ຊຸກຍູ້ການສ້າງສະພາບການໃໝ່ແຫ່ງການສ້າງຄວາມສິວິໄລດ້ານອິນເຕີເນັດໃນຍຸກໃໝ່ຢ່າງບໍ່ຢຸດຢັ້ງ.