ຈັດງານຖະແຫຼງຂ່າວກ່ຽວກັບປຶ້ມປົກຂາວ “ການຫັນປ່ຽນດ້ານພະລັງງານຂອງຈີນ”

2024-08-29 16:04:47 cri


ຕອນເຊົ້າວັນທີ 29 ສິງຫານີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດຖະແຫຼງຂ່າວ, ນຳສະເໜີປຶ້ມປົກຂາວກ່ຽວກັບການຫັນປ່ຽນດ້ານພະລັງງານຂອງຈີນ, ມີທ່ານຈ່າງຈ້ຽນຮວາ ຫົວໜ້າອົງການພະລັງງານແຫ່ງຊາດຈີນ, ໂຄສົກຫ້ອງການຖະແຫຼງຂ່າວລັດຖະບານຈີນ ແລະ ທ່ານອື່ນໆເຂົ້າຮ່ວມ, ເພື່ອແນະນຳສະພາບການທີ່ກ່ຽວຂ້ອງຂອງປຶ້ມປົກຂາວ ແລະ ຕອບຄຳຖາມນັກຂ່າວ.

ປຶ້ມປົກຂາວໄດ້ແບ່ງອອກເປັນ 6 ພາກ, ໂດຍໄດ້ແນະນຳຜົນງານທີ່ມີລັກສະນະປະຫວັດສາດຂອງຈີນໃນໄລຍະ 10 ປີຜ່ານມາກ່ຽວກັບການຫັນປ່ຽນດ້ານພະລັງງານ, ແລະໄດ້ແບ່ງປັນບົດຮຽນດ້ານການຫັນປ່ຽນດ້ານພະລັງງານຂອງຈີນ.