ທ່ານສີຈິ້ນຜິງເປັນປະທານກອງປະຊຸມຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານສູນກາງພັກຄອມມູນິດຈີນຄັ້ງທີ6

2024-08-30 09:49:00 cri

ຕອນເຊົ້າວັນທີ29ສິງຫານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ປະທານຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານສູນກາງພັກຄອມມູນິດຈີນໄດ້ເປັນປະທານກອງປະຊຸມຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານສູນກາງພັກຄອມມູນິດຈີນຄັ້ງທີ6 ພ້ອມທັງກ່າວຄຳປາໄສສຳຄັນໂດຍເນັ້ນໜັກວ່າ: ຕ້ອງໝູນໃຊ້ຜົນງານ ແລະ ບົດຮຽນສຳຄັນດ້ານການປະຕິຮູບທີ່ມີຢູ່ແລ້ວນັ້ນໃຫ້ເກີດມີປະສິດທິຜົນທີ່ດີ, ປົດປ່ອຍແນວຄິດ, ສະແຫວງຫາສັດຈະທຳຈາກຄວາມເປັນຈິງ, ກ້າວໜ້າໄປພ້ອມກັບຍຸກສະໄໝ, ສະ ແຫວງຫາຄວາມເປັນຈິງ ແລະ ຕິດແທດຕົວຈິງ, ປຸກລະດົມຄວາມຫ້າວຫັນຂອງບັນດາຝ່າຍຢ່າງເຕັມສ່ວນ, ອອກແຮງສຸດຂີດເພື່ອຈັດຕັ້ງປະຕິບັດໜ້າທີ່ປະຕິຮູບໃຫ້ດີ.

ກອງປະຊຸມຄັ້ງນີ້ໄດ້ພິຈາລະນາແລະຮັບຮອງເອົາແຜນການແບ່ງໜ້າວຽກສຳລັບພາກສ່ວນທີ່ກ່ຽວຂ້ອງຂອງສູນກາງພັກ ແລະ ລັດຖະບານເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມາດຕະການປະຕິຮູບທີ່ສຳຄັນຕາມຂໍ້ຕົກລົງຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20, ຄວາມເຫັນວ່າດ້ວຍການປະຕິບັດຍຸດທະສາດຍົກລະດັບເຂດທົດລອງການຄ້າເສລີ ແລະເອກະສານອື່ນໆ.