ການພັດທະນາພະລັງງານສີຂຽວຂອງຈີນໄດ້ນຳເອົາຫຍັງແດ່ມາໃຫ້ແກ່ໂລກ?

2024-08-30 15:28:24 cri

ຕອນເຊົ້າວັນທີ 29 ສິງຫານີ້, ລັດຖະບານຈີນໄດ້ເຜີຍແຜ່ “ປຶ້ມປົກຂາວກ່ຽວກັບການຫັນປ່ຽນດ້ານພະລັງງານຂອງຈີນ” ໂດຍໄດ້ນຳໃຊ້ຕົວເລກຂໍ້ມູນຈຳນວນຫຼວງຫຼາຍ ແລະ ຍົກຕົວຢ່າງທີ່ມີຊີວິດຊີວາ ເພື່ອສະແດງໃຫ້ເຫັນເຖິງຜົນສຳເລັດໃນການຫັນປ່ຽນດ້ານພະລັງງານຂອງຈີນ ພ້ອມທັງການປະກອບສ່ວນອັນສຳຄັນຂອງຈີນເຂົ້າໃນການພັດທະນາແບບສີຂຽວຂອງໂລກ ແລະ ການຮ່ວມກັນສ້າງໂລກໃຫ້ມີຄວາມສະອາດ ແລະ ສວຍງາມ.

ໃນຖານະເປັນປະເທດທີ່ຜະລິດ ແລະ ບໍລິໂພກພະລັງງານໃຫຍ່ທີ່ສຸດໃນໂລກ, ຈີນໄດ້ປະຕິບັດຕາມແນວຄິດພັດທະນາແບບສີຂຽວຢ່າງຕັ້ງໜ້າ ເພື່ອຊຸກຍູ້ການພັດທະນາພະລັງງານສະອາດໃຫ້ເຂົ້າສູ່ເສັ້ນທາງໄວຂຶ້ນກວ່າເກົ່າ. ຕົວຢ່າງຄື: ໃນປະລິມານການໃຊ້ໄຟຟ້າທີ່ເພີ່ມຂຶ້ນໃໝ່ໃນທົ່ວສັງຄົມຈີນ, ມີຫຼາຍກວ່າເຄິ່ງໜຶ່ງແມ່ນໄຟຟ້າຜະລິດດ້ວຍພະລັງງານສະອາດ; ກຳລັງຕິດຕັ້ງການຜະລິດພະລັງງານໝູນວຽນແມ່ນກວມເອົາ 40% ຂຶ້ນໄປຂອງທົ່ວໂລກ……ບົດລາຍງານຂອງອົງການພະລັງງານສາກົນລະບຸວ່າ: ຈີນເປັນປະເທດທີ່ນຳໜ້າໃນຂົງເຂດພະລັງງານໝູນວຽນໃນທົ່ວໂລກ ແລະ ກໍເປັນພະລັງຂັບເຄື່ອນຕົ້ນຕໍໃນການເຕີບໂຕຢ່າງຂະໜາດໃຫຍ່ຂອງພະລັງງານໝູນວຽນໃນທົ່ວໂລກ.

ການພັດທະນາພະລັງງານສີຂຽວຂອງຈີນ ບໍ່ພຽງແຕ່ໄດ້ເພີ່ມການສະໜອງໃນທົ່ວໂລກເທົ່ານັ້ນ, ຍັງໄດ້ຫຼຸດຕົ້ນທຶນການຫັນປ່ຽນດ້ານພະລັງງານຂອງທົ່ວໂລກແລະ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາແບບສີຂຽວ ກໍຄືຮັບມືກັບການປ່ຽນແປງຂອງດິນຟ້າອາກາດອີກດ້ວຍ. ອີງຕາມຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ໃນລະຫວ່າງປີ 2014 ຫາ 2023, ອັດຕາການບໍລິໂພກພະລັງງານທີ່ບໍ່ແມ່ນຟອດຊິວໃນທົ່ວໂລກໄດ້ເພີ່ມຂຶ້ນຈາກ 13,6% ເປັນ 18,5%. ໃນນັ້ນ, ອັດຕາປະກອບສ່ວນຂອງຈີນແມ່ນ 45,2%. ບົດລາຍງານຂອງອົງການພະລັງງານໝູນວຽນສາກົນລະບຸວ່າ: ໃນ 10 ປີທີ່ຜ່ານມາ, ຕົ້ນທຶນສະເລ່ຍຕໍ່ກິໂລວັດໂມງຂອງໂຄງການຜະລິດໄຟຟ້າດ້ວຍແຮງລົມ ແລະ ໂຄງການຜະລິດໄຟຟ້າດ້ວຍແສງຕາເວັນ ຕ່າງກໍໄດ້ຫຼຸດລົງຫຼາຍກວ່າ 60% ແລະ 80% ຕາມລຳດັບ, ໃນນັ້ນສ່ວນໃຫຍ່ແມ່ນຍ້ອນການປະກອບສ່ວນຂອງປະເທດຈີນ.

ໃນຂະນະດຽວກັນ, ຈີນຍັງໄດ້ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ ເພື່ອສ້າງໂອກາດໃໝ່ໃຫ້ແກ່ການຮ່ວມມືສາກົນໃນດ້ານພະລັງງານສະອາດ. ໃນໄລຍະມໍ່ໆມານີ້, ການລົງທຶນໃນດ້ານພະລັງງານຢູ່ຈີນຂອງບໍລິສັດຂ້າມຊາດຕ່າງໆ ເຊັ່ນ: ບໍລິສັດ GE , ບໍລິສັດ Siemens ເປັນຕົ້ນ ໄດ້ເພີ່ມຂຶ້ນຢ່າງໜັກແໜ້ນ, ໂຄງການພະລັງງານຕ່າງໆພາກັນໄດ້ຮັບການຈັດຕັ້ງປະຕິບັດຢູ່ຈີນ. ຈີນໄດ້ຕັ້ງໜ້າຊຸກຍູ້ການຄ້າ ແລະ ການລົງທຶນດ້ານພະລັງງານໃຫ້ມີຄວາມເສລີ ແລະ ສະດວກ, ເຮັດໃຫ້ວິສາຫະກິດຕ່າງປະເທດສາມາດຊົມໃຊ້ຜົນປະໂຫຍດຂອງຈີນໃນການຫັນປ່ຽນດ້ານພະລັງງານ ພ້ອມທັງໄດ້ຊຸກຍູ້ການພັດທະນາແບບສີຂຽວ ແລະ ກາກບອນຕ່ຳໃນທົ່ວໂລກ.