ເວທີເປິກສາຫາລືການຮ່ວມມືດ້ານສື່ມວນຊົນ “ໜຶ່ງແລວໜຶ່ງເສັ້ນທາງ” 2024 ຈັດຂຶ້ນຢູ່ນະຄອນເສີງຕູ່ຂອງຈີນ

2024-08-30 10:55:36 CRI

 

   ວັນທີ 28 ສິງຫານີ້, ເວທີເປິກສາຫາລືການຮ່ວມມືດ້ານສື່ມວນຊົນ “ໜຶ່ງແລວໜຶ່ງເສັ້ນທາງ” 2024 ໄດ້ຈັດຂຶ້ນຢູ່ນະຄອນເສີງຕູ່ແຂວງເສສວນຈີນ, ທ່ານ ຫຼີຊູເຫຼີຍ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມພິທີໄຂ ແລະ ກ່າວຄຳປາໄສ.

   ແຂກທີ່ເຂົ້າຮ່ວມໃນງານເຫັນວ່າ: ຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນເລີ່ມຈາກຈີນ, ແຕ່ຜົນງານ ແລະ ໂອກາດເປັນຂອງໂລກ. ສື່ມວນຊົນເປັນປ່ອງຢ້ຽມແຫ່ງການນໍາສະເໜີຜົນງານດ້ານການພັດທະນາ, ພ້ອມທັງເປັນຂົວຕໍ່ແຫ່ງການສົ່ງເສີມການຮ່ວມມືທີ່ຕິດແທດຕົວຈິງ, ຝ່າຍຕ່າງໆຄວນຮ່ວມກັນເລົ່າເລື່ອງລາວກ່ຽວກັບການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ດີ, ແບກຫາບຄວາມຮັບຜິດຊອບໃນການຊຸກຍູ້ການພັດທະນາທີ່ຕິດແທດຕົວຈິງ.

   ເວທີເປິກສາຫາລືຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: ລົງເລິກການຮ່ວມມືດ້ານສື່ມວນຊົນເພື່ອສົ່ງເສີມການພັດທະນາຮ່ວມກັນ. ເວທີເປິກສາຫາລືໄດ້ເຜີຍແຜ່ຂໍ້ລິເລີ່ມເສີງຕູ່ວ່າດ້ວຍການຮ່ວມມືດ້ານສື່ມວນຊົນ “ໜຶ່ງແລວໜຶ່ງເສັ້ນທາງ”. ນອກນີ້, ໃນໄລຍະຈັດເວທີເປິກສາຫາລືໄດ້ຈັດກອງປະຊຸມຄັ້ງທີ 3 ຂອງສະພາມົນຕີສະຫະພັນການຮ່ວມມືດ້ານສື່ມວນຊົນ “ໜຶ່ງແລວໜຶ່ງເສັ້ນທາງ”.